ເຈລະຈາສ້າງຕັ້ງລັດຖະບານປະສົມຢູ່ ເຢຍລະມັນ: ຄວາມມານະພະຍາຍາມແກ້ໄຂສິ່ງກີດຂວາງສຸດທ້າຍ
06/02/2018 07:15
(VOVWORLD) - ການເຈລະຈາສ້າງຕັ້ງລັດຖະບານປະສົມຢູ່ ເຢຍລະມັນ ດຳເນີນໄປລະຫວ່າງພັກກາງຊ້າຍ ປະຊາທິປະໄຕສັງຄົມ (SPD) ກັບສຳພັນທະມິດພັກນິຍົມຮັກສາເດີມສຳພັນທະມິດປະຊາທິປະໄຕ ແລະ ພັກສັງຄົມສາສະໜາຄຼິດ (CDU/CSU) ຂອງທ່ານນາງນາຍົກລັດຖະມົນຕີ Angela Merkel.

ການນຳພັກ CSU Horst Seehofer (ຊ້າຍ) ແລະ ທ່ານນາງ Angela Merkel (ກາງ) ແລະ ການນຳພັກ SPD Martin Schulz (ຂວາ) (ພາບ: THX/TTXVN) ການເຈລະຈາສຸດທ້າຍກ່ຽວກັບການສ້າງຕັ້ງລັດຖະບານປະສົມຢູ່ ເຢຍລະມັນ ໄດ້ແກ່ຍາວເກີນຄາດຄະເນ (ວັນທີ 04 ກຸມພາ). ເຖິງວ່າ ບັນດາຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມໃໝ່ກໍ່ຕາມ ແຕ່ຍັງມີບັນດາຄວາມຫຍຸ້ງຍາກ ກ່ອນທີ່ກ້າວເຂົ້າສູ່ຂໍ້ຕົກລົງສຸດທ້າຍ. ເລື່ອງເຫັນດີເປັນເອກະພາບແກ່ຍາວການເຈລະຈາ ເພື່ອແກ້ໄຂບັນດາສິ່ງກີດຂວາງສຸດທ້າຍ ກໍ່ສະແດງໃຫ້ເຫັນຄວາມຫວັງຂອງບັນດາຝ່າຍພັກ ໃນການຢຸດຕິສະພາບຈົນຕາແຈດ້ານການເມືອງບົນເວທີການເມືອງ ເຢຍລະມັນ ມາເປັນເວລາກ່ວາ 4 ເດືອນຜ່ານມາ ນັບແຕ່ພາຍຫລັງການເລືອກຕັ້ງສະພາແຫ່ງຊາດແຫ່ງສະຫະພັນ ເຢຍລະມັນເມື່ອເດືອນ ກັນຍາ ປີ 2017. ການເຈລະຈາສ້າງຕັ້ງລັດຖະບານປະສົມຢູ່ ເຢຍລະມັນ ດຳເນີນໄປລະຫວ່າງພັກກາງຊ້າຍ ປະຊາທິປະໄຕສັງຄົມ (SPD) ກັບສຳພັນທະມິດພັກນິຍົມຮັກສາເດີມສຳພັນທະມິດປະຊາທິປະໄຕ ແລະ ພັກສັງຄົມສາສະໜາຄຼິດ (CDU/CSU) ຂອງທ່ານນາງນາຍົກລັດຖະມົນຕີ Angela Merkel. ວິວັດທະນາການນີ້ ໄດ້ເລີ່ມເຄື່ອນໄຫວນັບແຕ່ເດືອນ ມັງກອນ 2018 ແລະ ຜ່ານຫລາຍລະບຽບການຫລາຍຢ່າງ ເພື່ອກ້າວເຂົ້າສູ່ຮອບເຈລະຈາສຸດທ້າຍນີ້.
TAG
VOV/VOVworld/ລັດຖະບານປະສົມ/ເຢຍລະມັນ
Related
More








