ເຮັດໃຫ້ບັນດາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອເລິກເຊິ່ງກວ່າອີກ
04/02/2026 06:28
(VOVWORLD) - ໃນລະຫວ່າງວັນທີ 5 – 6 ກຸມພາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຈະດຳເນີນການຢ້ຽມຢາມລັດຖະກິດຢູ່ ລາວ ແລະ ກຳປູເຈຍ, ພ້ອມທັງເຂົ້າຮ່ວມການພົບປະກັບການນຳ ສາມພັກ ຫວຽດນາມ - ລາວ - ກຳປູເຈຍ. ນີ້ບໍ່ພຽງແຕ່ແມ່ນການເຄື່ອນໄຫວທາງການທູດປະຈຳປີເທົ່ານັ້ນ, ຫາກຍັງແມ່ນເຫດການທີ່ມີຫຼາຍຄວາມໝາຍ ໄດ້ດຳເນີນໃນສະພາບການທີ່ພາກພື້ນ ແລະ ໂລກພວມມີການຫັນປ່ຽນຢ່າງວ່ອງໄວ ແລະ ສັບສົນ. ການຢ້ຽມຢາມປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ກັບ ລາວ ແລະ ກຳປູເຈຍ ເລິກເຊິ່ງກວ່າອີກ.

ພາບປະກອບ: nhandan.vn
TAG
VOV/VOVworld/ຫວຽດນາມ/ລາວ/ກຳປູເຈຍ/ການພົວພັນ
Related








