VOV WorldVOV World
ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ-ສ.ເກົາຫຼີ ເລິກ​ເຊິ່ງ​ຂຶ້ນ​ຕື່ມ
28/06/2024 08:01
(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck Soo ແລະ ພັນລະຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ພ້ອມດ້ວຍພັນລະຍາ ຈະໄປຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການແຕ່ວັນທີ 30 ມິຖຸນາ-ວັນທີ 3 ກໍລະກົດປີ 2023. ການຢ້ຽມຢາມດຳເນີນໄປໃນສະພາບການທີ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ສ.ເກົາຫຼີ (ຊື່ງໄດ້ສ້າງຕັ້ງຂຶ້ນນັບແຕ່ປີ 2022) ພວມພັດທະນາຢ່າງດີງາມທີ່ສຸດ. ການຢ້ຽມຢາມໄດ້ປະກອບສ່ວນເຮັດໃຫ້ການພົວພັນສອງຝ່າຍຫວຽດນາມ-ສ.ເກົາຫຼີ ເລິກເຊິ່ງຂຶ້ນຕື່ມ.
ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ  ຫວຽດ​ນາມ-ສ.ເກົາຫຼີ ເລິກ​ເຊິ່ງ​ຂຶ້ນ​ຕື່ມ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ພັນລະຍາ (ພາບ: VOV)       ການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແມ່ນການຢ້ຽມຢາມ ສ.ເກົາຫຼີ ທາງການຄັ້ງທຳອິດ ຂອງເຈົ້າໜ້າທີ່ຂັ້ນສູງ ຫວຽດນາມ ທ່ານໜຶ່ງ ນັບແຕ່ເມື່ອສອງປະເທດໄດ້ສ້າງຕັ້ງສາຍພົວພັນ “ ຮ່ວມມືຍຸດທະສາດຮອບດ້ານ ” ເມື່ອເດືອນທັນວາປີ 2022. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງປະເທດ ຕີລາຄາລະອຽດສະພາບການຜັນຂະຫຍາຍ ແຜນການກະທຳການພົວພັນ “ ຮ່ວມມືຍຸດທະສາດຮອບດ້ານ ”  ຊື່ງສອງຝ່າຍໄດ້ເຫັນດີເປັນເອກະພາບ ໃນການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ ສ.ເກົາຫຼີ  Yoon Suk Yeol ເມື່ອປີ 2023. (ພາບ: TTXVN )  
TAG
VOV/VOVworld/ຄູ່ຮ່ວມມືຍຸດທະສາດຮອບດ້ານ/ສ.ເກົາຫຼີ/ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ພັນລະຍາ/ນປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol/ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສ.ເກົາຫຼີ Han Duck Soo

More