ເດືອນກໍລະກົດ - ເດືອນແຫ່ງການຕອບບຸນແທນຄຸນ
27/07/2020 11:21
(VOVWORLD) -ວັນທີ 27 ກໍລະກົດ ຂອງທຸກໆປີ, ຢູ່ຫວຽດນາມ ໄດ້ດໍາເນີນການເຄື່ອນໄຫວຫຼາຍຢ່າງເພື່ອຈາລຶກບຸນຄຸນຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ທະຫານເຈັບປ່ວຍ, ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ພາລະກິດປົກປັກຮັກສາປະເທດຊາດ. ປີ 2020 ແມ່ນຄົບຮອບ 73 ປີແຫ່ງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ເຊິ່ງກໍໄດ້ມີການເຄື່ອນໄຫວໃຫຍ່ ແລະ ຈຸດສຸມຫຼາຍຢ່າງຖືກດໍາເນີນໃນທົ່ວປະເທດຫວຽດນາມ, ອັນໄດ້ສະແດງໃຫ້ເຫັນມູນເຊື້ອວັດທະນະທໍາມະນຸດ, ຄວາມຮັບຜິດຊອບຢ່າງໃຫຍ່ຫຼວງຂອງອໍານາດການປົກຄອງທຸກຂັ້ນ ແລະ ປະຊາຊົນ ທີ່ມີຕໍ່ການປະກອບສ່ວນ, ຄວາມເສຍສະຫຼະຂອງທະຫານເສຍອົງຄະ, ນົກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.
ໃນເດືອນກໍລະກົດ, ການນໍາຫວຽດນາມຫຼາຍທ່ານນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ລ້ວນແຕ່ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ໄປວາງພວງມາລາ, ຈູດທູບໃຕ້ທຽນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດລະດັບຊາດ ແລະ ທ້ອງຖິ່ນ, ພ້ອມທັງຈັດຕັ້ງລາຍການສະແດງສິລະປະຫຼາຍຢ່າງເພື່ອຈາລຶກຄຸນງາມຄວາມດີ.
TAG
VOV/VOVworld/ນັກຮົບເສຍສະຫຼະຊີວິດເພື່ອຊາດ/ການເຄື່ອນໄຫວ/ຈາລຶກບຸນຄຸນ/ຕອບບຸນແທນຄຸນ
Related
More








