ເອີລົບຕໍ່ໜ້າໄພອັນຕະລາຍປະສົບກັບຄວາມຫຍຸ້ງຍາກດ້ານ ອາຍແກັສ
23/10/2014 11:31
ການເຈລະຈາອາຍແກັສ 3 ຝ່າຍລະຫວ່າງ ລັດເຊຍ,ຢູແກຼນ, ແລະ EU ທີ່ຈັດຂຶ້ນຢູ່ບຣຸກແຊນ ປະເທດແບນຊິກເມື່ອບໍ່ດົນມານີ້ ແມ່ນບໍ່ບັນລຸໄດ້ຂໍ້ຕົກລົງໃດໆ

ການເຈລະຈາອາຍແກັສ 3 ຝ່າຍລະຫວ່າງ ລັດເຊຍ,ຢູແກຼນ, ແລະ ສະຫະພາບເອີລົບ EU ທີ່ຈັດຂຶ້ນຢູ່ບຣຸກແຊນ ປະເທດແບນຊິກເມື່ອບໍ່ດົນມານີ້ ແມ່ນບໍ່ບັນລຸໄດ້ຂໍ້ຕົກລົງໃດໆ, ສິ່ງທີ່ບັນລຸພຽງຢ່າງດຽວເທົ່ານັ້ນ ແມ່ນກຳນົດວັນເວລາໃຫ້ແກ່ການພົບປະຄັ້ງຕໍ່ໄປໃນວັນທີ 29/10 ທີ່ຈະມາເຖິງ. ໝາກຜົນນີ້, ແມ່ນບໍ່ນອນນອກເໜືອຈາກການຄາດຄະເນຍ້ອນບັນດາຂໍ້ຄວາມຕິດຂັດລະຫວ່າງ ບັນດາຝ່າຍຄັງຄົງຄ້າງຢູ່ ອັນໄດ້ເຮັດໃຫ້ການເຈລະຈາຍາກທີ່ຈະໄປສູ່ຂໍ້ຕົກລົງສຸດທ້າຍ. (ພາບປະກອບ) ທີ່ການພົບປະລະຫວ່າງກຳມະການພະລັງງານ EU Guenther Oettinger, ລັດຖະມົນຕີກະຊວງພະລັງງານລັດເຊຍ Alexandrer Novak ແລະ ຄູ່ຕຳແໜ່ງຂອງຢູແກຼນ ທ່ານ Yuri Prodan , ບັນດາຝ່າຍໄດ້ປຶກສາຫາລືກ່ຽວກັບບັນຫາລາຄາ, ການຊຳລະໜີ້ອາຍແກັສຂອງ ຢູແກຼນໃຫ້ລັດເຊຍ ແລະ ປະລີມານອາຍແກັສ ຂອງລັດເຊຍທີ່ສາມາດສະໜອງໃຫ້ແກ່ ຢູແກຼນໃນລະດູໜາວປີນີ້. ລາຄາ ແລະ ປະລີມານ ອາຍແກັສສະໜອງໄດ້ເປັນເອກະພາບ, ແຕ່ບັນຫາສຳຄັນຂອງບັນຫາ ແມ່ນຍ້ອນທາງຝ່າຍ ຢູແກຼນບໍ່ຊຳລະຈຳນວນເງິນຕິດໜີ້ຈາກອາຍແກັສທີ່ໄດ້ຊຶ້ຂອງລັດເຊຍ. ກີແອບຢາກນຳໃຊ້ຈຳນວນເງິນທີ່ລັດເຊຍຈາຍລວງໜ້າໃຫ້ແກ່ເລື່ອງເປັນທາງຜ່ານໃນການຂົນສົ່ງ ອາຍແກັສເພື່ອຊຳລະໜີ້ສິນ, ແຕ່ມົດສກູ ບໍ່ຍອມເຫັນດີ, ສະເໜີ EU ຕ້ອງຮັບປະກັນໃຫ້ແກ່ຄວາມສາມາດຊຳລະໜີ້ສິນຂອງ ຢູແກຼນ ຍ້ອນລັດເຊຍມີຄວາມເປັນຫວ່ງກັງວົນຕໍ່ອຳນາດການປົກຄອງ ຢູແກຼນບໍ່ມີກຳລັງບົ່ມຊ້ອນດ້ານການເງິນຢ່າງພຽງພໍເພື່ອຊຳລະບັນບ້ວງໜີ້ເຫຼົ່ານີ້. ສ່ວນ EU ພັດຍັງບໍ່ທັນຕົກລົງກ່ຽວກັບແຫຼ່ງຊ່ວຍເຫຼືອໃຫ້ແກ່ກີແອບ, ເພາະໃນປະຈຸບັນ, EU ກໍພວມຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກດ້ານການເງິນນາໆປະການ. ສະພາບບໍ່ມີທາງອອກຂອງການເຈລະຈາ 3 ຝ່າຍໄດ້ພາໄປເຖິງຄວາມວິຕົກກັງວົນວ່າ : ຄວາມຫຍຸ້ງຍາກດ້ານ ອາຍແກັສ ທີ່ເຄີຍໄດ້ເກີດຂຶ້ນເມື່ອປີ 2006 ແລະ 2009 ຂະນະທີ່ລັດເຊຍໄດ້ຕັດແຫຼ່ງສະໜອງ ອາຍແກັສ ໃຫ້ແກ່ EU ນັ້ນ, ອາດຈະກັບຕ່າວຄືນມາ.
TAG
vov/vovworld/ລັດເຊຍ/ສະຫະພາບເອີລົບ
Related








