ແງ່ຫວັງສັນຕິພາບຢູ່ເຂດກາຊາຍັງບໍ່ແນ່ນອນ
07/08/2014 12:23
ມາຮອດມື້ນີ້, ສັນຍາຢຸດຍິງໃນຮອບເວລາ 72 ຊົ່ວໂມງລະຫວ່າງ ອິດສະຣາແອນ ແລະ ຮາມາດ ໂດຍອີຢິບເປັນຄົນກາງໄດ້ປະຕິບັດ 2/3 ເວລາກຳນົດ...

(ພາບປະກອບ) ມາຮອດມື້ນີ້, ສັນຍາຢຸດຍິງໃນຮອບເວລາ 72 ຊົ່ວໂມງລະຫວ່າງ ອິດສະຣາແອນ ແລະ ຮາມາດ ໂດຍອີຢິບເປັນຄົນກາງໄດ້ປະຕິບັດ 2/3 ເວລາກຳນົດ. ບໍ່ອາດປະຕິເສດໄດ້ວ່າ ນີ້ແມ່ນສັນຍານອັນຕັ້ງໜ້າໃນສະພາວະທີ່ມີຄຳສັ່ງຢຸດຍິງເຊັ່ນດຽວກັນໂດຍລັດຖະມົນຕີການຕ່າງປະເທດອາເມລິກາ John Kerry ແລະ ທ່ານເລຂາທິການໃຫຍ່ ສ.ປ.ຊ Ban ki-moon ເປັນຄົນກາງໃນ 2-3 ວັນກ່ອນນັ້ນ ໄດ້ຖືກທຳລາຍພາຍຫຼັງມີຜົນສັກສິດເປັນເວລາ 2 ຊົ່ວໂມງ. ແຕ່ເລື່ອງທັງ ອິດສະຣາແອນ ແລະ ຮາມາດເຄົາລົບຄຳສັ່ງຢຸດຍິງຮອດເວລານີ້ ບໍ່ໝາຍຄວາມວ່າ ແມ່ນກາລະໂອກາດສັນຕິພາບຈະກັບຕ່າວຄືນມາສູ່ປະຊາຊົນຢູ່ເຂດກາຊາໂດຍໄວ. ສັນຍາຢຸດຍິງທີ່ບັນລຸໄດ້ພາຍຫຼັງເກີດການປະທະກັນລະຫວ່າງ ອິດສະຣາແອນ ແລະ ຮາມາດເປັນເວລາ 29 ປີ, ອັນໄດ້ເຮັດໃຫ້ຊາວປາແລັດສະຕິນເກືອບ 1900 ຄົນຖືກເສຍຊີວິດ(ໃນນັ້ນ 80%ແມ່ນສາມັນຊົນ) ຍ້ອນຖືກລູກປືນໃຫຍ່ຂອງ ອິດສະຣາແອນ. ຕາມຂໍ້ຕົກລົງໃໝ່ນີ້, ກຳລັງທະຫານບົກອິດສະຣາແອນຖອນອອກຈາກເຂດກາຊາທັງໝົດນັ້ນ ແມ່ນໜ່ຶງໃນບັນດາເງື່ອນໄຂໂດຍ ຮາມາດຍັກອອກມາເພື່ອມຸ່ງໄປສູ່ ສັນຍາຢຸດຍິງຍາວນານ. ກອງທັບອິດສະຣາແອນ ຍັງຖະແຫຼງວ່າ ເຂົາເຈົ້າໄດ້ທຳລາຍລະບົບທາງອຸໂມງໃຕ້ດິນຂ້າມຊາຍແດນເກືອບທັງໝົດຂອງຮາມາດ, ຊຶ່ງແມ່ນເປົ້າໝາຍຕົ້ນຕໍໃນການບຸກໂຈມຕີຢູ່ເຂດກາຊາຂອງ ອິດສະຣາແອນຄັ້ງ ນີ້.
TAG
vov/vovworld/ສັນຕິພາບ/ຕາເວັນອອກກາງ
Related








