ແຜນຮ່າງອຳນາດການປົກຄອງຕົວເມືອງນະຄອນໂຮ່ຈິມິນ : ສອດຄ່ອງກັບເງື່ອນໄຂເສດຖະກິດ-ສັງຄົມ ພິເສດສະເພາະ.
12/03/2014 11:42
ໃນຊຸມມື້ທີ່ຈະມາເຖິງ, ລັດຖະບານຫວຽດນາມຈະລາຍງານແຜນຮ່າງ ອຳນາດການປົກຄອງຕົວເມືອງ ນະຄອນໂຮ່ຈິມິນຕໍ່ກົມການເມືອງ, ກ່ອນທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາ

ໃນຊຸມມື້ທີ່ຈະມາເຖິງ, ລັດຖະບານຫວຽດນາມຈະລາຍງານແຜນຮ່າງ ອຳນາດການປົກຄອງ ຕົວເມືອງນະຄອນໂຮ່ຈິມິນຕໍ່ກົມການເມືອງ, ກ່ອນທີ່ຈະຍືນສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາ. ຕາມແຜນຮ່າງນີ້, ຮູບແບບອຳນາດການປົກຄອງຕົວເມືອງ ຊຶ່ງນະຄອນໂຮ່ຈິມິນ ນຳສະເໜີນັ້ນ, ແມ່ນ ສາມາດແກ້ໄຂໄດ້ບັນດາບັນຫາໃຫຍ່, ແກ້ໄຂໄດ້ຈຸດອ່ອນກ່ຽວກັບການຄຸ້ມຄອງ ແລະ ພັດທະນາຕົວເມືອງຄືຮູບແບບການຈັດຕັ້ງຄືໃນປະຈຸບັນ. ເພາະສະນັ້ນ, ແຜນຮ່າງນີ້ໄດ້ຮັບຖືວ່າ ແມ່ນໄມ້ງັດເພື່ອໃຫ້ນະຄອນໂຮ່ຈິມິນພັດທະນາ. ນະຄອນໂຮ່ຈິມິນ (ພາບ : baothanhnien) ຜ່ານພຶດຕິກຳຕົວຈິງຢູ່ນະຄອນໂຮ່ຈິມິນ, ຮູບແບບການຈັດຕັ້ງສະພາປະຊາຊົນ ແລະ ຄະນະ ກຳມະການປະຊາຊົນ ຕາມກົດໝາຍປະຈຸບັນ ແມ່ນຍັງບໍ່ທັນມີການ ແບ່ງກຳນົດຢ່າງຈະແຈ້ງໃນການຄຸ້ມຄອງບໍລິຫານລັດຢູ່ຕົວເມືອງກັບຊົນນະບົດ. ໂດຍພື້ນຖານແລ້ວ, ສິດອຳນາດ, ຮູບແບບການຈັດຕັ້ງອຳນາດການປົກຄອງ ຢູ່ຕົວເມືອງ ແລະ ຊົນນະບົດທີ່ນະຄອນໂຮ່ຈິມິນ ແມ່ນບໍ່ແຕກຕ່າງກັນ. ການຈັດຕັ້ງອຳນາດການປົກຄອງເມືອງ, ຕາແສງໃນບໍລິເວນນະຄອນແມ່ນບໍ່ແທດເໝາະກັບໜ້າທີ່ຄຸ້ມຄອງວົງຄະນະຍາດຕົວເມືອງ, ພ້ອມກັນນັ້ນ ຮູບແບບການຈັດຕັ້ງອຳນາດການປົກຄອງຂັ້ນຕ່າງໆໃນປະຈຸບັນຢູ່ນະຄອນໂຮ່ຈິມິນ ແມ່ນໄດ້ສະແດງໃຫ້ເຫັນລັກສະນະຂາດຄວາມຄົບຊຸດ, ຍັງບໍ່ທັນອີງໃສ່ຈຸດພິເສດສະເພາະຂອງຕົວເມືອງ.
TAG
vov/vovworld/ນະຄອນໂຮ່ຈິມິນ/ອຳນາດການປົກຄອງ
Related








