VOV WorldVOV World
ເກີດວິ​ກິດ​ການ​ທາງ​ການ​ທູດ ​ເມື່ອ​ອາ​ເມ​ລິ​ກາ​ຈັດ​ວາງ​ຄຳ​ສັ່​ງລົງ​ໂທດ​ອີ​ຣານ​ພຽງ​ລຳ​ພັງ​ຝ່າຍ​ດຽວ
21/08/2020 09:29
(VOVWORLD) -ວັນທີ 20 ສິງຫາ, ອາເມລິກາ ໄດ້ຍື່ນສະເໜີໃບຄຳຮ້ອງຕໍ່ສະພາຄວາມໝັ້ນຄົງ ສປຊ ຢ່າງເປັນທາງການ ກ່ຽວກັບເລື່ອງອີຣານ ບໍ່ປະຕິບັດຂໍ້ຕົກລົງນິວເຄຼຍ, ຊື່ງແມ່ນບາດກ້າວເດີນຕໍ່ໄປ ຂອງເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ປະກາດວ່າວໍຊິງຕັນ ຈະເລີ່ມປະຕິບັດບັນດາຄຳສັ່ງລົງໂທດສຳລັບປະເທດອິດສະລາມນີ້. ນີ້ແມ່ນການກະທຳຖືກຖືວ່າ ມີຄວາມອັນຕະລາຍ, ອາດຈະຢຸດຕິ ຂໍ້ຕົກລົງນິວເຄຼຍຄັ້ງປະຫວັດສາດລະຫວ່າງອີຣານ ແລະ ກຸ່ມ P5+1 (JCPOA), ພ້ອມທັງໄດ້ກໍ່ໃຫ້ເກີດວິກິດການທາງການທູດທີ່ຮ້າຍແຮງ.
ເກີດວິ​ກິດ​ການ​ທາງ​ການ​ທູດ ​ເມື່ອ​ອາ​ເມ​ລິ​ກາ​ຈັດ​ວາງ​ຄຳ​ສັ່​ງລົງ​ໂທດ​ອີ​ຣານ​ພຽງ​ລຳ​ພັງ​ຝ່າຍ​ດຽວ
    ໃບຄຳຮ້ອງກ່ຽວກັບເລື່ອງອີຣານ ບໍ່ປະຕິບັດຂໍ້ຕົກລົງນິວເຄຼຍ ໂດຍທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຍື່ນສະເໜີ ຕໍ່ສະພາຄວາມໝັ້ນຄົງ ສປຊ ຢູ່ນິວຢອກ ເມື່ອວັນທີ 20 ສິງຫາ, ເຖິງວ່າປະເທດນີ້ໄດ້ຖອນຕົວອອກນັບແຕ່ປີ 2018 ກໍ່ຕາມ. ນີ້ແມ່ນບາດກ້າວເດີນດ້ານກົດໝາຍທຳອິດຂອງອາເມລິກາ ໃນຄວາມມານະພະຍາຍາມເລີ່ມປະຕິບັດກົນໄກລົງໂທດຕ້ານອີຣານ.
TAG
VOV/VOVworld/ວິ​ກິດ​ການ​ທາງ​ການ​ທູດ/​ອາ​ເມ​ລິ​ກາ​/ງ​ຄຳ​ສັ່​ງລົງ​ໂທດ/​ອີ​ຣານ​/​ລຳ​ພັງ​ຝ່າຍ​ດຽວ/ທ່ານປະທານາທິບໍດີ Donald Trump

More