VOV WorldVOV World
ເລື່ອນຂັ້ນດັດຊະນີການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ:ຫວຽດນາມພວມໄປຖືກທິດໃນວິວັດແຫ່ງການປ່ຽນແປງໃໝ່
16/07/2018 08:14
(VOVWORLD) -ຫວຽດນາມ ໄດ້ເລື່ອນ 2 ຂັ້ນເມື່ອທຽບໃສ່ປີ 2017, ຂຶ້ນອັນດັບ 45/126 ປະເທດ ແລະ ພື້ນຖານເສດຖະກິດທີ່ມີດັດຊະນີປ່ຽນແປງໃໝ່ຢ່າງມີປະດິດຄິດສ້າງທົ່ວໂລກ (GII). ສິ່ງສຳຄັນກວ່າ, ຫວຽດນາມ ພວມມີຄະແນນສູງໃນທັງ 7 ເສົາຄ້ຳຕົ້ນຕໍ ເຊິ່ງໄດ້ຖືເປັນພື້ນຖານເພື່ອຕີລາຄາ, ຈັດອັນດັບ. ນີ້ແມ່ນໝາກຜົນທີ່ໜ້າສົ່ງເສີມໃນກຸ່ມບັນດາປະເທດມີລາຍຮັບປານກາງຕ່ຳ ກໍຄືໃນພາກພື້ນອາຊຽນ, ອັນໄດ້ຊີ້ໃຫ້ເຫັນວ່າ ຫວຽດນາມ ພວມກ້າວເດີນຢ່າງຖືກທິດໃນການບໍລິຫານວິວັດການເຊື່ອມໂຍງເຂົ້າກັບສາກົນ.
ເລື່ອນຂັ້ນດັດຊະນີການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ:ຫວຽດນາມພວມໄປຖືກທິດໃນວິວັດແຫ່ງການປ່ຽນແປງໃໝ່
ດັດຊະນີປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງໃນທົ່ວໂລກ (Global Innovatiom Imdex, ເອີ້ນຫຍໍ້ວ່າ GII) ແມ່ນຊຸດເຄື່ອງມືເພື່ອຕີລາຄາການຈັດອັນດັບກຳລັງປ່ຽນແປງໃໝ່ຢ່າງມີຫົວຄິດປະດິດ ສ້າງຂອງບັນດາປະເທດ, ໂດຍອົງການຊັບສິນທາງປັນຍາໂລກ (WIPO) ສົມທົບກັບສະຖາບັນ INSEAD (ຝລັ່ງ) ແລະ ມະຫາວິທະຍາໄລ Cornell (ອາເມລິກາ) ປະຕິບັດ.         ບັນດາໝວດດັດຊະນີ GII 2018 ໄດ້ແບ່ງເປັນ 7 ເສົາຄ້ຳຕົ້ນຕໍ, ດ້ວຍ 5 ເສົາຄ້ຳສົ້ນເຂົ້າແມ່ນ: ລະບອບລະບຽບການ, ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ ແລະ ການຄົ້ນຄວ້າ, ລະດັບການພັດທະນາຂອງຕະຫຼາດ ແລະ ລະດັບພັດທະນາຂອງການດຳເນີນທຸລະກິດ. 2 ເສົາຄ້ຳສົ້ນອອກແມ່ນ: ຜະລິດຕະພັນຄວາມຮູ້ ແລະ ເຕັກໂນໂລຊີ, ຜະລິດຕະພັນການປະດິດຄິດສ້າງ.
TAG
VOV/VOVworld/ປະ​ດິດ​ຄິດ​ສ້າງ

More