ເອົາໃຈໃສ່ເຖິງວຽກງານພະນັກງານຕາມແນວຄິດ ໂຮ່ຈີມິນ
23/05/2018 09:31
(VOVWORLD) - ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫາກໍ່ອອກມະຕິກ່ຽວກັບເລື່ອງສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດ, ດ້ວຍຄຸນນະທາດ, ມີກຳລັງຄວາມສາມາດຢ່າງຄົບຖ້ວນ ແລະ ມີອິດທິພົນຊື່ສຽງ, ເໝາະສົມກັບໜ້າທີ່ໃນໄລຍະໃໝ່.

ມະຕິໄດ້ຮັບການຕີລາຄາສູງຈາກຫາງສຽງ ຍ້ອນມີລັດສະນະສືບທອດ ແລະ ຮັບເອົາບັນດາແນວຄິດຂອງປະທານ ໂຮ່ຈີມິນ ກ່ຽວກັບວຽກງານພະນັກງານນີ້. ບົດຂຽນຂອງ ລ້າຍຮວາ “ເອົາໃຈໃສ່ເຖິງວຽກງານພະນັກງານຕາມແນວຄິດ ໂຮ່ຈີມິນ”. (ພາບປະກອບ) ຄາວຍັງມີຊີວິດຢູ່, ປະທານ ໂຮ່ຈີມິນ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງວຽກງານບຳລຸງ ແລະ ກໍ່ສ້າງພະນັກງານ, ເພີ່ນຢັ້ງຢືນວ່າ: “ພະນັກງານແມ່ນກົກເຄົ້າຂອງວຽກງານ”, “ທຸກວຽກງານໄດ້ສຳເລັດ ຫຼື ປະລາໄຊ ລ້ວນແຕ່ຍ້ອນພະນັກງານດີ ຫຼື ອ່ອນດ້ອຍ”. ເພີ່ນໄດ້ເນັ້ນໜັກເຖິງແຕ່ລະຂັ້ນຕອນ, ນັບແຕ່ການບຳລຸງສ້າງຕະຫລອດຮອດການນຳໃຊ້, ການທົດສອບ ແລະ ຊັບຊ້ອນພະນັກງານໃຫ້ເໝາະສົມກັບແຕ່ລະວຽກງານ ແລະ ເສີມຂະຫຍາຍໄດ້ກຳລັງຄວາມສາມາດ, ຈຸດດີຂອງພະນັກງານແຕ່ລະຄົນ. ດັ່ງນັ້ນ, ໃນແຕ່ລະໄລຍະການປະຕິວັດ, ປະທານ ໂຮ່ຈີມິນ ລ້ວນແຕ່ເສີມຂະຫຍາຍໄດ້ກຳລັງຄວາມສາມາດຂອງພະນັກງານທຸກຄົນ ແລະ ໃຜໆກໍ່ເຫັນວ່າຕົນເອງມີຄວາມສາມາດປະກອບສ່ວນໃຫ້ແກ່ສັງຄົມ.
TAG
VOV/VOVworld/ວຽກງານພະນັກງານ
Related
More








