VOV WorldVOV World
ເພີ່ມມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ຈີເລ
21/03/2012 07:13
ປະທານາທິບໍດີປະ​ເທດ​ສາທາລະນະ​ລັດ​ຈີ​ເລ Sebastian Pinera Echennique ​ໄດ້​ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການແຕ່ວັນທີ 21/3/2012
ເພີ່ມມທະວີການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ຈີເລ
ວັນ​ທີ 21/3, ປະທານາທິບໍດີປະ​ເທດ​ສາທາລະນະ​ລັດ​ຈີ​ເລ Sebastian Pinera Echennique ​ໄດ້​ເລີ່​ມດຳ​ເນີນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ ​ໃນ​ເວລາ 2 ວັນ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ. ການ​ຢ້ຽມຢາມຄັ້ງນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້ການ​ນຳ​ສອງ​ປະ​ເທດ​ແລກປ່ຽນ​ທິດ​ທາງ ​ແລະ ບັນດາ​ມາດ​ຕະການ​ ​ເພື່ອເພີ່ມ​ທະວີ​ການ​ພົວພັນ​ຄ່ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ-​ຈີ​ເລ ​ໃນ​ທຸກໆ​ຂົງ​ເຂດ ​ແລະ ​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ສອງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.
TAG
ຈີເລ/ສົ່ງອອກ/ການພົວພັນທາງການທູດ

More