VOV WorldVOV World
ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອົດສະຕາລີ
24/05/2018 08:47
(VOVWORLD) -ອົດສະຕາລີຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຕີລາຄາສູງບົດບາດຂອງຫວຽດນາມໃນພາກພື້ນອາຊຽນ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນສອງຝ່າຍກັບຫວຽດນາມ.
ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ອົດສະຕາລີ
ການຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມຄັ້ງທຳອິດຂອງທ່ານ Peter Cosgrove ຜູ້ມີອຳນາດເຕັມແຫ່ງອົດສະຕາລີ ພ້ອມດ້ວຍພັນລະຍາ, ໃນລະຫວ່າງວັນທີ 23 – 26 ພຶດສະພາ ແມ່ນເຫດການການເມືອງທີ່ສຳຄັນໃນການພົວພັນລະຫວ່າງຫວຽດນາມ - ອົດສະຕາລີ. ການຢ້ຽມຢາມດັ່ງກ່າວ ໄດ້ດຳເນີນເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2018); ແມ່ນກາລະໂອກາດ ເພື່ອໃຫ້ສອງຝ່າຍແລກປ່ຽນທິດທາງເພີ່ມທະວີການພົວພັນສອງຝ່າຍໃນທຸກຂົງເຂດ, ພິເສດແມ່ນດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການສຶກສາ ແລະ ວັດທະນະທຳ.         ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງສອງປະເທດ ຫວຽດນາມ - ອົດສະຕາລີ ໄດ້ພັດທະນາຢ່າງວ່ອງໄວ, ແທດຈິງ ແລະ ມີປະສິດທິຜົນ. ອົດສະຕາລີຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ຕີລາຄາສູງບົດບາດຂອງຫວຽດນາມໃນພາກພື້ນອາຊຽນ ແລະ ມີຄວາມປາດຖະໜາຢາກຊຸກຍູ້ການພົວພັນສອງຝ່າຍກັບຫວຽດນາມ. ເດືອນມີນາທີ່ຜ່ານມາ, ເນື່ອງໃນໂອກາດການຢ້ຽມຢາມອົດສະຕາລີຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວນຟຸກ, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຢ່າງເປັນທາງການ.
TAG
VOV/VOVworld/ອົດ​ສະ​ຕາ​ລີ/ຫວຽດ​ນາມ/ຄູ່​ຮ່ວມ​ມື

More