VOV WorldVOV World
ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ປະຊາຄົມບັນດາປະເທດໃຊ້ພາສາຝະລັ່ງ
25/11/2016 12:30
ວັນ​ທີ 25/11, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງຄັ້ງ​ທີ 16 ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່ Antananarivo, Madagascar
ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ  ປະຊາຄົມບັນດາປະເທດໃຊ້ພາສາຝະລັ່ງ
   ວັນ​ທີ 25/11, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້​າຍກວາງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງຄັ້ງ​ທີ 16 ຊຶ່ງ​ຖືກ​ຈັດ​ຂຶ້ນ​ຢູ່ Antananarivo, Madagascar ແຕ່​ວັນ​ທີ 26-27/11/2016. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ​ເຂົ້າຮ່ວມກອງ​ປະ​ຊຸມ​ຈະ​ສືບ​ຕໍ່​ປັບ​ປຸງ, ເພີີ່ມ​ທະ​ວີ​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ປະ​ຊາ​ຄົມບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງ.   ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ ກັບ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​​ພາ​ສາ​ຝະ​ລັ່ງ​ສາ​ກົນ           ໃນ​ເດືອນ 2/1986, ຕາມ​ຂໍ້​ລິ​ເລີ່ມ​ຂອງ​ອະ​ດີດ​ປະ​ທານ​າ​ທິ​ບໍ​ດີ​ຝະ​ລັ່ງ Francois Mitterran, ກອງ​ປະ​ຊຸມ​ສຸດຍອດຄັ້ງ​ທີ 1 ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ປາ​ຣີ​ປະ​ເທດ​ຝະ​ລັ່ງ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ນຳ​ລັດ, ລັດ​ຖະ​ບານ ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງຈຳ​ນວນ​ເກືອບ 40 ທ່ານ. ນີ້​ເປັນ​ຂີດ​ໝາຍ​ຕໍ່​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝະ​ລັ່ງ​ຢ່າງ​ເປັນ​ທາງ​ການ. ນັບ​ແຕ່ນັ້ນ​ມາ​ຮອດ​ປະ​ຈຸ​ບັນ, ປະ​ຊາ​ຄົມ​ດຳ​ເນີນກອງ​ປະ​ຊຸມ​ສຸດຍອດໄດ້ 15 ຄັ້ງ.
TAG
vovworld/ພາ​ສາ ຝະ​ລັ່ງ

More