ເພື່ອອາຊຽນສາມັກຄີ, ໝັ້ນຄົງເຂັ້ມແຂງ
16/12/2016 10:59
ໂດຍເຈືອຈານເຂົ້າກັບບັນດາຜົນງານດ້ານການຕ່າງປະເທດຫຼາຍຝ່າຍປີ 2016, ຫວຽດນາມສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນທຸກໆຂົງເຂດຮ່ວມມືຂອງອາຊຽນ

ໂດຍເຈືອຈານເຂົ້າກັບບັນດາຜົນງານດ້ານການຕ່າງປະເທດຫຼາຍຝ່າຍປີ 2016, ຫວຽດນາມສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນທຸກໆຂົງເຂດຮ່ວມມືຂອງອາຊຽນ. ການຮ່ວມມືອາຊຽນໃນປີ 2016 ໄດ້ເປັນຂີດໝາຍດ້ວຍການຮັກສາຄວາມສາມັກຄີ, ເປັນເອກະພາບ, ຮັກສາບົດບາດເປັນໃຈກາງຂອງອາຊຽນໃນການແກ້ໄຂບັນດາສິ່ງທ້າທາຍໃຫຍ່ທີ່ເກີດຂື້ນໃນພາກພື້ນ, ເປັນຕົ້ນແມ່ນບັນຫາທະເລຕາເວັນອອກ. ປີ 2016 ແມ່ນປີທຳອິດເມື່ອສ້າງຕັ້ງປະຊາຄົມອາຊຽນ, ຜັນຂະຫຍາຍວິໄສທັດອາຊຽນ 2025 ແລະ ບັນດາແຜນການສັງລວມໃນທັງ 3 ເສົາຄ້ຳປະຊາຄົມ. ອາຊຽນໄດ້ຊຸກຍູ້ການສ້າງ ແລະ ຮັບຮອງເອົາບັນດາໂຄງການດຳເນີນງານ, ແຜນການປະຕິບັດຂອງຂະແໜງ, ຂົງເຂດໄລຍະ 2016-2020, ສ້າງແຜນການສັງລວມເຊື່ອມຕໍ່ອາຊຽນ 2025, ຊຸກຍູ້ການພົວພັນກັບພາຍນອກຂອງອາຊຽນ, ພ້ອມທັງປັບປຸງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວຂອງບັນດາອົງການຈັດຕັ້ງໃນອາຊຽນ.
TAG
vovworld/ອາຊຽນ
Related








