VOV WorldVOV World
ເພື່ອໃຫ້ວິທະຍາສາດເຕັກໂນໂລຊີກາຍເປັນກຳລັງຫນູນພັດທະນາ
08/10/2012 08:05
ການພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແມ່ນຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ທີ່​ໄດ້ຮັບ​ການ​ປຶກສາ​ຫາລື​ຢູ່​ກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຄັ້ງ​ທີ 11 ພວມ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ
ເພື່ອໃຫ້ວິທະຍາສາດເຕັກໂນໂລຊີກາຍເປັນກຳລັງຫນູນພັດທະນາ
(vovworld)- ການພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແມ່ນຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ທີ່​ໄດ້ຮັບ​ການ​ປຶກສາ​ຫາລື​ຢູ່​ກອງ​ປະຊຸມ​ຄັ້ງ​ທີ 6 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຄັ້ງ​ທີ 11 ພວມ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ. ຄວາມ​ຈິງ​ສະ​ແດງ​ໃຫ້​ເຫັນ​ວ່າ: ວິທະຍາສາດ​ ​ແລະ ເຕັກ​ໂນ​ໂລ​ຊີ ຫວຽດນາມ ​ໄດ້​ມີ​ການ​ພັດທະນາ​ດີ​ພໍ​ສົມຄວນ ​ແຕ່​ຍັງ​ຄົງ​ບໍ່​ທັນ​ຕອບ​ສະຫນອງ​ຄວາມ​ຕ້ອງການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ປະ​ເທດ​ຊາດ​ໄດ້ ​ແລະ ຄວາມ​ຮຽກຮ້ອງ​ປ່ຽນ​ໃຫມ່​ກ່ຽວ​ກັບ​ກົນ​ໄກ​ຄຸ້ມ​ຄອງ, ການ​ເຄື່ອນ​ໄຫວ​ດ້ານວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ໃນປະຈຸ​ບັນ​​ໄດ້ກາຍ​ເປັນຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ.
TAG
ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ ຫ

More