ເປັນເຈົ້າການໃນການພົວພັນແລກປ່ຽນ, ຮ່ວມມືກັບສາກົນເພື່ອພັດທະນາ ວັດທະນະທຳ
15/08/2014 08:17
(vovworld)- ວັດທະນະທຳໄດ້ຮັບຖືວ່າແມ່ນພື້ນຖານດ້ານຈິດໃຈສັງຄົມ,ທັງແມ່ນຈຸດໝາຍ, ທັງເປັນກຳລັງຫນູນຊຸກຍູ້ການພັດທະນາເສດຖະກິດສັງຄົມ

(vovworld)- ວັດທະນະທຳໄດ້ຮັບຖືວ່າແມ່ນພື້ນຖານດ້ານຈິດໃຈສັງຄົມ,ທັງແມ່ນຈຸດໝາຍ, ທັງເປັນກຳລັງຫນູນຊຸກຍູ້ການພັດທະນາເສດຖະກິດສັງຄົມ. ເລື່ອງເປີດກວ້າງ,ຍົກສູງປະສິດທິຜົນການຮ່ວມມືສາກົນກ່ຽວກັບດ້ານວັດທະນະທຳ ແມ່ນຫນ້າທີ່ຈຸດສຸມໃນຍຸດທະສາດພັດທະນາຂອງຫວຽດນາມ. ສິ່ງດັ່ງກ່າວນັບມື້ນັບໄດ້ຮັບຄວາມເອົາໃຈໃສ່ໃນຕົວຈິງ ນັບແຕ່ເມື່ອກອງປະຊຸມຄັ້ງທີ 9, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ 11 ສືບຕໍ່ຢືນຢັນວ່າ: “ການກໍ່ສ້າງ ແລະ ພັດທະນາວັດທະນະທຳ, ມະນຸດ ຫວຽດນາມ ຕອບສະຫນອງຄວາມຮຽກຮ້ອງຕ້ອງການການພັດທະນາແບບຍືນຍົງຂອງປະເທດຊາດ”.
TAG
vovworld/ວັດທະນະທຳ
Related








