ເສດຖະກິດ ຫວຽດນາມ 11 ເດືອນຂອງປີ 2025: ຜ່ານຜ່າຄວາມຫຍຸ້ງຍາກເພືື່ອຮັກສາຈັ່ງຫວະການເຕີບໂຕ
08/12/2025 11:46
(VOVWORLD) - ປີ 2025 ພວມຢູ່ໃນຊຸມວັນສຸດທ້າຍ ແລະ ສະພາບການເສດຖະກິດ ຫວຽດນາມ ພາຍຫຼັງ 11 ເດືອນນັ້ນ ກໍຢັ້ງຢືນໃຫ້ເຫັນກຳລັງຕ້ານທານຢ່າງໜຽວແໜ້ນ, ຄວາມສາມາດຜ່ານຜ່າຄວາມຫຍຸ້ງຍາກຢ່າງແຂງແຮງ ແລະ ຄວາມຕັດສິນໃຈຮັກສາທ່ວງທ່າເຕີບໂຕໃນສະພາບການໂລກຍັງມີຄວາມຂາດສະຖຽນລະພາບຫຼາຍຢ່າງ. ບັນດາຕົວເລກສະຖິຕິ, ຈາກການຜະລິດອຸດສາຫະກຳ, ການນຳເຂົ້າ - ສົ່ງອອກ, ການບໍລິໂພກພາຍໃນປະເທດ, ການຄວບຄຸມໄພເງິນເຟີ້, ເສດຖະກິດມະຫາພາກເປັນປົກກະຕິ… ໄດ້ຢັ້ງຢືນວ່າ ຫວຽດນາມ ພວມໄປຖືກທິດໃນວິວັດທະນາການຟື້ນຟູ ແລະ ພັດທະນາ.

11 ເດືອນຜ່ານມາ, ເສດຖະກິດ ຫວຽດນາມ ຮັບຮູ້ມີຈຸດພົ້ນເດັ່ນຫຼາຍຢ່າງ, ສ້າງພາບພົດອັນຕັ້ງໜ້າໃນສະພາບການທີ່ມີຄວາມຫຍຸ້ງຍາກນາໆປະການ, ເຊັ່ນ: ໄພພິບັດທຳມະຊາດເກີດຂຶ້ນຢູ່ພາຍໃນປະເທດ, ການຄ້າທົ່ວໂລກຖືກຊັກຊ້າ, ບັນດາມາດຕະການອາລັກຂາແບບໃໝ່… GDP ໄຕມາດທີ III ບັນລຸລະດັບກວ່າ 8% ໄດ້ຊ່ວຍໃຫ້ GDP 9 ເດືອນຕົ້ນປີເພີ່ມຂຶ້ນປະມານ 7,8%, ນຳ ຫວຽດນາມ ກາຍເປັນປະເທດນອນໃນກຸ່ມບັນດາພື້ນຖານເສດຖະກິດເຕີບໂຕແຂງແຮງທີ່ສຸດໃນອາຊີ. ໝາກຜົນດັ່ງກ່າວແມ່ນກຳລັງໜູນ ແລະ ແມ່ນພື້ນຖານສຳຄັນເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ປີໃໝ່ດ້ວຍຈິດໃຈເປັນເຈົ້າການ, ໝັ້ນໃຈ, ສືບຕໍ່ຮັກສາທ່ວງທ່າເຕີບໂຕ ແລະ ຮັກສາເສດຖະກິດມະຫາພາກເປັນປົກກະຕິ.
TAG
VOV/VOVworld/ເສດຖະກິດ ຫວຽດນາມ 11 ເດືອນຂອງປີ 2025/ຈັ່ງຫວະການເຕີບໂຕ
Related
More








