ເສດຖະກິດສີຂຽວກາຍເປັນຈຸດພົ້ນເດັ່ນຂອງຈິນຕະນາການພັດທະນາແຫ່ງຊາດ
27/11/2025 09:16
(VOVWORLD) - ເມື່ອໂລກຖືກຜົນກະທົບຢ່າງຈະແຈ້ງຈາກການປ່ຽນແປງຂອງດິນຟ້າອາກາດ ແລະ ການຊ່ວງເສັງກ່ຽວກັບມາດຕະຖານສີຂຽວນັບມື້ນັບເພີ່ມຂຶ້ນ, ຫວຽດນາມ ບໍ່ອາດຢືນຢູ່ຮອບນອກໄດ້. ນັບແຕ່ຮ່າງເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຕະຫຼອດຮອດບັນດາການວິໄຈຢູ່ເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນປີ 2025 ທີ່ຫາກໍ່ສິ້ນສຸດຢູ່ນະຄອນ ໂຮ່ຈີມິນ, ໄດ້ຊີ້ໃຫ້ເຫັນວ່າ: ເສດຖະກິດສີຂຽວກາຍເປັນຈຸດພົ້ນເດັ່ນຂອງຈິນຕະນາການພັດທະນາແຫ່ງຊາດ. ນີ້ແມ່ນການເລືອກເຟັ້ນຍຸດທະສາດເພື່ອໃຫ້ ຫວຽດນາມ ບໍ່ຖືກຕົກຢູ່ໃນທ່າຖອຍຫຼັງ ແລະ ໄປທຽບທັນກັບບັນດາການປ່ຽນແປງທີ່ເຕັມໄປດ້ວຍກຳລັງກົດດັນໃນໂຄງສ້າງເສດຖະກິດທົ່ວໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນ (ພາບ: VGP)
TAG
VOV/VOVworld/ຫັນເປັນສີຂຽວ/ເສດຖະກິດໝູນວຽນ/ເສດຖະກິດດີຈີຕອນ
Related
More








