ເສດຖະກິດເອີລົບ ແລະ ຜົນສະທ້ອນຈາກໜີ້ສິນຂອງລັດ
18/09/2012 07:21
ການແຫ່ຂະບວນປະທ້ວງຢູ່ ແອດສະປາຍ ແລະ ປອກຕູຍການ ເພື່ອຄັດຄ້ານບັນດາມາດຕະການເພີ່ມພາສີອາກອນ ແລະ ຫຼຸດຜ່ອນການໃຊ້ຈ່າຍເຊິ່ງລັດຖະບານປະກາດໃຊ້ຕາມເງື່ອນໄຂຂອງບ້ວງກູ້ຊ່ວຍດ້ານການເງິນພວມແຜ່ຂະຫຍາຍອອກຢ່າງກວ້າງຂວາງ

(vovworld) - ການແຫ່ຂະບວນປະທ້ວງຢູ່ 2 ປະເທດເອີລົບແມ່ນ ແອດສະປາຍ ແລະ ປອກຕູຍການ ເພື່ອຄັດຄ້ານບັນດາມາດຕະການເພີ່ມພາສີອາກອນ ແລະ ຫຼຸດຜ່ອນການໃຊ້ຈ່າຍເຊິ່ງລັດຖະບານປະກາດໃຊ້ຕາມເງື່ອນໄຂຂອງບ້ວງກູ້ຊ່ວຍດ້ານການເງິນພວມແຜ່ຂະຫຍາຍອອກຢ່າງກວ້າງຂວາງ ແລະ ອາດຈະເກີດການຈະລາຈົນ. ມາດຕະການໃດທີ່ສາມາດຊ່ວຍໃຫ້ເອີລົບຂ້າມຜ່ານໄລຍະທີ່ມືດມົວໃນປະຈຸບັນ ນັ້ນແມ່ນຄຳຖາມ ເຊິ່ງບັນດາການນຳເອີລົບຍັງບໍ່ທັນມີຄຳຕອບ. ເພາະວ່າຄວາມຈິງແລ້ວ, ເລື່ອງຫຼຸດຜ່ອນໜີ້ສິນ ແລະ ເພີ່ມງົບປະມານດ້ວຍການຫຼຸດຜ່ອນການໃຊ້ຈ່າຍ ຫຼືເພີ່ມພາສີອາກອນ ແມ່ນໜຶ່ງໃນບັນດາມາດຕະການທີ່ພວມນຳໃຊ້ໃນພາກພື້ນແຕ່ຍັງບໍ່ທັນເສີມຂະຫຍາຍຜົນປະໂຫຍດໄດ້ເທື່ອ.
TAG
ເສດຖະກິດເອີລົບ
Related








