VOV WorldVOV World
ເສດຖະກິດຫວຽດນາມ ສືບຕໍ່ ມີສັນຍານດີຂຶ້ນ
03/10/2014 09:07
(vovworld)- ເຖິງວ່າ​ພື້ນ​ຖານ​ເສດ​ຖະ​ກິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ​ຄົງ​ຄ້າງ ແຕ່ບໍ່​ສາ​ມາດ​ປະ​ຕິ​ເສດ​ໄດ້​ວ່າ ໃນ 9 ເດືອນ​ຜ່ານ​ມາ
ເສດຖະກິດຫວຽດນາມ ສືບຕໍ່ ມີສັນຍານດີຂຶ້ນ
(vovworld)- ເຖິງວ່າ​ພື້ນ​ຖານ​ເສດ​ຖະ​ກິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ​ຄົງ​ຄ້າງ ແຕ່ບໍ່​ສາ​ມາດ​ປະ​ຕິ​ເສດ​ໄດ້​ວ່າ ໃນ 9 ເດືອນ​ຜ່ານ​ມາ, ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​​ທີ່ຕັ້ງ​ຫນ້າ​ໃນ​ຫລາຍ​ຂົງ​ເຂດ. ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ, ຊ່ວຍ​​ໃຫ້ ຫວຽດ​ນາມ​ສາ​ມາດ​ສຳ​ເລັດ​ບັນ​ດາ​ຄາດ​ໝາຍການ​ເຕີບ​ໂຕ​ເສດ​ຖະ​ກິດຢູ່​ໃນ​ລະ​ດັບ 5,8% ໃນ​ປີ 2014 ຄື​ດັ່ງ​ສະ​ພາ​ແຫ່ງ​ຊາດ​ໄດ້ວາງ​ອອກ. ເພື່ອ​ບັນ​ລຸ​ໄດ້ໝາກ​ຜົນ​ດັ່ງ​ກ່າວແມ່ນ ຍ້ອນ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ຄວາມ​ມາ​ນະ​ພ​ະ​ຍາ​ຍາມ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ.
TAG
vovworld/ສະ​ພາບ​ການ​ເສດ​ຖະ​ກິດ

More