ເສດຖະກິດຫວຽດນາມສືບຕໍ່ພັດທະນາຢ່າງເປັນປົກກະຕິແລະໝັ້ນຄົງ
21/05/2018 08:12
(VOVWORLD) -ບົດລາຍງານຂອງລັດຖະບານຕໍ່ສະພາແຫ່ງຊາດ ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14 ໃນຕອນເຊົ້າວັນທີ 21 ພຶດສະພາ ກ່ຽວກັບການຕີລາຄາເພີ່ມເຕີ່ມໝາກຜົນການພັດທະນາເສດຖະກິດ, ສັງຄົມຂອງປີ 2017, ສະພາບການໃນຊຸມເດືອນຕົ້ນປີ 2018 ແລະ ໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນໄລຍະຈະມາເຖິງໄດ້ຊີ້ໃຫ້ເຫັນວ່າ ເສດຖະກິດຫວຽດນາມ ພວມມີບັນດາການພັດທະນາຢ່າງເປັນປົກກະຕິ. ລັດຖະບານ ແລະ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆໄດ້ມີມາດຕະການແກ້ໄຂຫຼາຍຢ່າງເພື່ອພັດທະນາເສດຖະກິດ, ສັງຄົມ, ປ້ອງກັນຕ້ານການສໍ້ລາດບັງຫຼວງ.

(ໄຂກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຫວຽດນາມ ຊຸດທີ 14) ຕາມບົດລາຍງານເຊິ່ງທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ສະເໜີຕໍ່ສະພາແຫ່ງຊາດ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດກ່ຽວກັບສະພາບການເສດຖະກິດ, ສັງຄົມປີ 2017, ສະພາບການໃນຊຸມເດືອນຕົ້ນປີ 2018 ແລະ ໜ້າທີ່, ມາດຕະການແກ້ໄຂຈຸດສຸມໃນໄລຍະຈະມາເຖິງ, ບັນດາຂະແໜງການ, ທຸກຂັ້ນ ສືບຕໍ່ມານະພະຍາຍາມປະຕິບັດບັນດາໜ້າທີ່, ມາດຕະການແກ້ໄຂທີ່ໄດ້ວາງອອກ ເພື່ອເຮັດໃຫ້ເສດຖະກິດຫວຽດນາມ ສືບຕໍ່ພັດທະນາຢ່າງເປັນປົກກະຕິ.
TAG
VOV/VOVworld/ຄຸ້ມຄອງ/ຄວບຄຸມ
Related
More








