ເສີມຂະຫຍາຍປະສິດທິຜົນໂດຍສັນຍາ EVFTA ນຳມາໃຫ້ຢ່າງສຸດຂີດ
05/11/2021 10:27
(VOVWORLD) - ພາຍຫຼັງທີ່ສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ (ສັນຍາ EVFTA) ມີຜົນສັກສິດ ແລະ ນຳເຂົ້າເຄື່ອນໄຫວເປັນເວລາ 1 ປີ, ສັນຍາ EVFTA ໄດ້ສະແດງໃຫ້ເຫັນປະສິດທິຜົນຢ່າງຈະແຈ້ງ ໃນການພັດທະນາເສດຖະກິດລະຫວ່າງສອງຝ່າຍ, ໂດຍສະເພາະແມ່ນການເຕີບໂຕໃນການນຳເຂົ້າສົ່ງອອກສອງຝ່າຍ. ພາຍຫຼັງຜົນສຳເລັດໃນເບື້ອງຕົ້ນ, ສອງຝ່າຍພວມກ້າວເຂົ້າສູ່ໄລຍະໃໝ່ທີ່ ປະສົບກັບຄວາມຫຍຸ້ງຍາກກ່ວາອີກ, ມີສິ່ງທ້າທາຍຫຼາຍກ່ວາອີກ ພາຍໃຕ້ກຳລັງດັນທີ່ບໍ່ເຄີຍມີມາກ່ອນຂອງໂລກລະບາດຢູ່ຫວຽດນາມ ແລະ ໂລກ. ສິ່ງດັ່ງກ່າວຮຽກຮ້ອງຕ້ອງມີການຫັນປ່ຽນໃໝ່ທີ່ເໝາະສົມ, ຈາກນັ້ນ ຈະສືບຕໍ່ນຳໃຊ້ບັນດາກາລະໂອກາດໂດຍ EVFTA ນຳມາໃຫ້ຢ່າງສຸດຂີດ.

(ພາບປະກອບ: TTXVN) ສັນຍາ EVFTA ມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ສິງຫາປີ 2020, ຊື່ງແມ່ນໜຶ່ງໃນບັນດາສັນຍາການຄ້າເສລີລຸ້ນໃໝ່, ອະນຸຍາດໃຫ້ຫວຽດນາມ ເຊື່ອມຕໍ່ໂດຍກົງພ້ອມກັບ 27 ພື້ນຖານເສດຖະກິດສະມາຊິກອີຢູ ຊື່ງແມ່ນຕະຫຼາດທີ່ມີກຳລັງຊື້ໃຫ່ຍອັນດັບທີ 2 ໃນທົ່ວໂລກ. ສ່ວນຕະຫຼາດຫວຽດນາມ ດ້ວຍປະຊາກອນ 98 ລ້ານຄົນ ແລະ ມີພື້ນຖານເສດຖະກິດກຳນົດທິດສົ່ງອອກ ກໍ່ມີຄວາມຕ້ອງການສູງທີ່ສຸດ ກ່ຽວກັບສົ້ນເຂົ້າໃຫ້ແກ່ການຜະລິດ ກໍ່ຄືບັນດາຜະລິດຕະພັນໃຊ້ສອຍທີ່ມີຄຸນນະພາບຈາກອີຢູ.
TAG
VOV/VOVworld/ສັນຍາ EVFTA/ສຸດຂີດ/ທ່ານເຈິ່ນກວັກແຄັງ/ຜູ້ສ່ຽວຊານດ້ານເສດຖະກິດ ເລດັງແຢວງ
Related








