ເສລີພາບໃນການເຫຼື້ອມໃສສາສະໜາຢູ່ຫວຽດນາມແມ່ນບໍ່ອາດປະຕິເສດໄດ້
20/08/2014 12:01
ບໍ່ວ່າຜູ້ໃດທີ່ເຊື່ອຖືສາສະໜາ ຢູ່ຫວຽດນາມລ້ວນແຕ່ໄດ້ ເຄື່ອນໄຫວທາງສາສະໜາຢ່າງເສລີ, ດຳເນີນບັນດາ ພິທີກຳທາງສາສະໜາໃນ ຂອບເຂດກົດໝາຍອະນຸຍາດ.
ບໍ່ວ່າຜູ້ໃດທີ່ເຊື່ອຖືສາສະໜາຢູ່ຫວຽດນາມລ້ວນແຕ່ໄດ້ເຄື່ອນໄຫວທາງສາສະໜາຢ່າງເສລີ, ດຳເນີນບັນດາພິທີກຳທາງສາສະໜາໃນຂອບເຂດກົດໝາຍອະນຸຍາດ. ຢູ່ປະເທດຫວຽດນາມ ກໍບໍ່ມີການຈຳແນກປະພຶດກັບບັນດາຜູ້ທີ່ມີຄວາມເຊື່ອໝັ້ນທາງສາສະໜາ. ແຕ່ກໍຍັງມີຜູ້ຄົນຖືວ່າ ຢູ່ຫວຽດນາມບໍ່ມີເສລີພາບທາງສາສະໜາ. ເຂົາເຈົ້າຫຼົງລືມລະຫວ່າງການສວຍໃຊ້ສາສະໜາລະເມີດກົດໝາຍກັບ “ສິດເສລີພາບທາງສາສະໜາ” ຫຼືຕັ້ງໃຈເສກສັນປັ້ນແຕ່ງບິດເບືອນ ຄວາມຈິງກ່ຽວກັບສິດເສລີທາງສາສະໜາຢູ່ຫວຽດນາມ. ພິທີປ່ອຍນົກສັນຕິພາບໃນວັນບຸນວິສາຂະບູຊາ ຕາມການສະຖີຕິຄັ້ງຫຼ້າສຸດ ໃຫ້ເຫັນວ່າ ມີເຖິງ 95 % ຈຳນວນປະຊາກອນຫວຽດນາມມີຊີວິດເຫຼື້ຶອມໃສ, ໃນນັ້ນມີກວ່າ 24 ລ້ານຄົນ ຊຶ່ງກວມເອົາ ¼ ຈຳນວນປະຊາກອນ ແມ່ນສາສະນິກກະຊົນທີ່ເຊືອ່ຖືສາສະໜາທີ່ແຕກຕ່າງກັນ. ທົ່ວປະເທດມີສະຖານທີ່ເຄື່ອນໄຫວທາງ ສາສະໜາປະມານ 25.000 ແຫ່ງ ແລະ ໂຮງຮຽນບຳລຸງສ້າງຜູ້ມີຍົກສັກຕຳແໜ່ງທາງສາສະໜາ 45 ແຫ່ງ. ຕົວເລກນີ້ໄດ້ເປັນການຢັ້ງຢືນຄວາມຈິງຢ່າງຈະແຈ້ງວ່າ ຫວຽດນາມແມ່ນປະເທດມີຫຼາຍ ສາສະໜາ ແລະ ການເຫຼື້ອມໃສ.
TAG
vov/vovworld/ສາສະໜາ/ເສລີພາບ
Related








