ເວທີການເມືອງຍີ່ປຸ່ນເກີດຄວາມສັບສົນຄືນໃໝ່
14/11/2012 08:19
ຂໍ້ຕົກລົງຫວ່າງແລ້ວນີ້ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ທີ່ຈະຍຸບເລິກສະພາແຫ່ງຊາດໄວສຸດແມ່ນໃນວັນທີ 16/11 ແລະ ການເລືອກຕັ້ງທົ່ວປະເທດອາດຈະຖືກດຳເນີນໄປໃນເດືອນ 12 ຈະມາເຖິງນີ້ໄດ້ເຮັດໃຫ້ປະເທດຍີ່ປຸ່ນຕົກເຂົ້າສູ່ສະພາບຫຍຸ້ງຍາກຂຶ້ນຕື່ມ.

ຄວາມຫຍຸ້ງຍາກໃໝ່ໄດ້ເກີດຂຶ້ນຢູ່ເວທີການເມືອງຂອງປະເທດຍີ່ປຸ່ນ. ໃນສະພາບເສດຖະກິດຖືກຊັກຊ້າ, ຄວາມເຄັ່ງຕຶງທີ່ກ່ຽວຂ້ອງເຖິງເຂດດິນແດນບໍ່ທັນມີສັນຍານຜ່ອນຄາຍລົງນັ້ນ, ຂໍ້ຕົກລົງຫວ່າງແລ້ວນີ້ຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ທີ່ຈະຍຸບເລິກສະພາແຫ່ງຊາດໄວສຸດແມ່ນໃນວັນທີ 16/11 ແລະ ການເລືອກຕັ້ງທົ່ວປະເທດອາດຈະຖືກດຳເນີນໄປໃນເດືອນ 12 ຈະມາເຖິງນີ້ໄດ້ເຮັດໃຫ້ປະເທດຍີ່ປຸ່ນຕົກເຂົ້າສູ່ສະພາບຫຍຸ້ງຍາກຂຶ້ນຕື່ມ. ຫາງສຽງຖືວ່າ, ການກະທຳນີ້ແມ່ນຄຳກ່າວເຕືອນກ່ຽວກັບການເກີດກະແສຟອງໃໝ່ໃນເວທີການເມືອງຍີ່ປຸ່ນ ແລະ ທ່ານ Yoshihiko Noda ອາດຈະຖືກປັດເຂັ່ຍອອກຈາກທີ່ນັ່ງປະຈຸບັນ.
TAG
ຍຸບເລິກສະພາແຫ່ງຊາດ/Yoshihiko Noda
Related








