VOV WorldVOV World
FTA ຍີ່ປຸ່ນ- EU: ສານຈະແຈ້ງຄັດຄ້ານລັດທິອາລັກຂາການຄ້າ
19/07/2018 09:08
(VOVWORLD) -ວັນທີ 17 ກໍລະກົດ, ຢູ່ ໂຕກຽວ ປະເທດ ຍີ່ປຸ່ນ, ບັນດາການນຳ ຍີ່ປຸ່ນ ແລະ ສະຫະພາບເອີລົບ ໄດ້ລົງນາມໃນສັນຍາການຄ້າເສລີ (FTA) ຢ່າງເປັນທາງການ ພາຍຫລັງເຈລະຈາມາເປັນເວລາກວ່າ 5 ປີ. ໃນສະພາບແນວໂນ້ມອາລັກຂາດ້ານການຄ້າແຜ່ລາມອອກສູ່ວົງກວ້າງ, ໃນນັ້ນ ມີນະໂຍບາຍ “ປະເທດອາເມລິກາເຫນືອກວ່າສິ່ງໃດໝົດ”ຂອງ ປະທານາທິບໍດີ ອາເມລິກາ Donald Trump ແລະ ສົງຄາມການຄ້າລະຫວ່າງ ອາເມລິກາ ແລະ ຈີນ ພວມປີນຂັ້ນໄດ, ຂໍ້ຕົກລົງສອງຝ່າຍ EU - ຍີ່ປຸ່ນໄດ້ສົ່ງສານສະບັບຫນຶ່ງຢ່າງແຮງເພື່ອຄັດຄ້ານອາລັກຂາດ້ານການຄ້າ ແລະ ຖືວ່າ ບັນດາປະເທດໃຫຍ່ບໍ່ສາມາດນຳໃຊ້ກຳລັງແຮງດ້ານເສດຖະກິດເພື່ອບັງຄັບຂໍ້ກຳນົດດ້ານການຄ້າທີ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ຕົນ.
FTA ຍີ່ປຸ່ນ- EU: ສານຈະແຈ້ງຄັດຄ້ານລັດທິອາລັກຂາການຄ້າ
FTA-EU ຍີ່ປຸ່ນ ຄາດວ່າຈະມີຜົນສັກສິດໃນເດືອນມີນາປີ 2019 ພາຍຫລັງອົງການນິຕິບັນຍັດສອງຝ່າຍໃຫ້ສັດຕະຍາບັນ. ເມື່ອມີຜົນສັກສິດ, FTA ສະບັບນີ້ ຈະສ້າງອອກຫນຶ່ງ ໃນບັນດາກຸ່ມເສດຖະກິດໃຫຍ່ສຸດໃນໂລກຂຶ້ນ, ກວມປະມານ 30% GDP ທົ່ວໂລກ, ດ້ວຍພົນລະເມືອງກວ່າ 600 ລ້ານຄົນຢູ່ 29 ປະເທດ. ຕາມເນື້ອໃນທີ່ໄດ້ຕົກລົງນຳກັນແລ້ວ, ຍີ່ປຸ່ນ ຈະລົບລ້າງອັດຕາພາສີສຳລັບ 94% ສິນຄ້າທີ່ນຳເຂົ້າຈາກ EU. ສ່ວນ EU ຈະລົບລ້າງອັດຕາພາສີສຳລັບ 99% ສິນຄ້ານຳເຂົ້າຈາກຍີ່ປຸ່ນ. EU ກໍ່ຈະລົບລ້າງອັດຕາພາສີຕາມແຜນການສຳລັບບັນດາຜະລິດຕະພັນຫລັກແຫລ່ງຂອງຍີ່ປຸ່ນ ຄື: ລົດໂອໂຕ, ໂທລະທັດ.
TAG
VOV/VOVworld/FTA/ອາເມລິກາ/ຍີ່ປຸ່ນ/ອີຢູ

More