ຕີລາຄາກ່ຽວກັບສາສະຫນາຢູ່ ຫວຽດນາມບໍ່ຄວນອີງໃສ່ບາງກໍລະນີຍ່ອຍ
16/05/2024 10:09
(VOVWORLD) -ຫວຽດນາມ ຫາກໍ່ດຳເນີນການໂອ້ລົມສົນທະນາຢ່າງສຳເລັດຜົນກ່ຽວກັບບົດລາຍງານແຫ່ງຊາດວ່າດ້ວຍການປົກປ້ອງ ແລະ ຊຸກຍູ້ສິດທິມະນຸດ ຕາມກົນໄກກວດກາທົບທວນປະຈຳໄລຍະດ້ານສິດທິມະນຸດ (UPR) ຮອບວຽນທີ IV ຂອງສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ). ໃນຈຸດເວລາດຽວກັນ, ໂຄກົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ຟ້າມທູຮັ່ງ ໄດ້ອອກສຽງກ່ຽວກັບບັນດາຄຳກ່າວຫາໂດຍຂາດຂໍ້ອ້າງອີງຂອງ ຄະນະກຳມະການເສລີດ້ານສາສະຫນາສາກົນ ຂອງອາເມລິກາ (USCIRF) ເມື່ອຕີລາຄາກ່ຽວກັບສະພາບຄວາມເສລີດ້ານສາສະຫນາ ຢູ່ ຫວຽດນາມ ຍ້ອນບັນດາ “ຂໍ້ໃຫ້ສັງເກດນີ້ບໍ່ພາວະວິໄສ, ມີລັກສະນະອະຄະຕິ ແລະ ບໍ່ຊັດເຈນ”

ຊາວເຜົ່າ ຈຳ ຢູ່ ບິ່ງທ້ວນ ຕ້ອນຮັບວັນບຸນ Ramưwan. ພາບ: VOV ການໃຫ້ຂໍ້ສັງເກດ, ຕີລາຄາ ກ່ຽວກັບຄວາມເສລີດ້ານສາສະຫນາຢູ່ ຫວຽດນາມ ພຽງແຕ່ອີງໃສ່ບາງກໍລະນີຍ່ອຍ, ບໍ່ມີລັກສະນະທົ່ວໄປ ຫລືຕີລາຄາໂດຍອີງໃສ່ບັນດາຂໍ້ໃຫ້ສັງເກດທີ່ຂາດພາວະວິໄສ, ມີຄວາມອະຄະຕິ ລ້ວນແຕ່ບໍ່ໄດ້ຮັບການຮັບຮູ້ຈາກ ຫວຽດນາມ.
TAG
VOV/VOVworld/ສາສະຫນາ/ສຳນັກວາຕີກັງ/ສາສະນິກກະຊົນ
Related








