ຫຼາຍປະເທດເພີ່ມທະວີມາດຕະການຮີບມືກັບການຊຸດໂຊມດ້ານເສດຖະກິດ
14/06/2022 06:58
(VOVWORLD) - ຍ້ອນຜົນກະທົບຈາກຫຼາຍປັດໄຈທີ່ໄຮ້ປະໂຫຍດ, ພິເສດແມ່ນອັດຕາໄພເງິນເຟີ້ເພີ່ມຂຶ້ນສູງ, ຫຼາຍພື້ນຖານເສດຖະກິດຕ້ອງປະເຊີນໜ້າກັບໄພຫລຸດຜ່ອນການຈະເລີນເຕີບໂຕ, ຊ້ຳບໍ່ໜຳແມ່ນການຊຸດໂຊມ. ຕໍ່ໜ້າສະພາບການດັ່ງກ່າວ, ພື້ນຖານເສດຖະກິດເກືອບທັງໝົດ ໄດ້ຜັນຂະຫຍາຍບັນດາແຜນການຮັບມືຢ່າງແຮງ.

(ພາບປະກອບ: Reuters) ໃນບົດລາຍງານອັບເດັດແງ່ຫວັງດ້ານເສດຖະກິດທົ່ວໂລກສະບັບຫຼ້າສຸດທີ່ປະກາດເມື່ອອາທິດກ່ອນ, ທະນາຄານໂລກ (WB) ກ່າວເຕືອນວ່າ, ຍ້ອນໄພເງິນເຟີ້ເພີ່ມຂຶ້ນສູງ, ໄພຊຸດໂຊມຂອງຫຼາຍພື້ນຖານເສດຖະກິດແມ່ນສິ່ງທີ່ຫຼີກລ້ຽງບໍ່ໄດ້. ບັນດາປັດໄຈຕົ້ນຕໍໄດ້ ແລະ ພວມກໍ່ຜົນກະທົບທີ່ໄຮ້ປະໂຫຍດ ຕໍ່ແງ່ຫວັງເສດຖະກິດທົ່ວໂລກ ລວມມີ: ການປະທະກັນຢູ່ ຢູແກຼນ, ມາດຕະການປິດລ້ອມເພື່ອປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ-19 ຢູ່ຈີນ, ສະພາບຂາດວັກຂາດຕອນລະບົບສະໜອງ ແລະ ຄວາມສ່ຽງເກີດໄພເງິນເຟີ້ເພີ່ມຂຶ້ນສູງ… ຕະຫຼາດແຫ່ງໜຶ່ງຢູ່ນະຄອນ Quezon, Philippines (ພາບ: Reuters )
TAG
VOV/VOVworld/ເສດຖະກິດທົ່ວໂລກ/ການຊຸດໂຊມ/ທະນາຄານ ECB/
Related
More








