ຫຼັກໝາຍສຳຄັນໃນການພົວພັນ ຫວຽດນາມ - ສະຫະພັນ ລັດເຊຍ
19/06/2024 08:59
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ, ວັນທີ 19 ມິຖຸນາ, ທ່ານປະທານາທິບໍດີ ສະຫະພັນ ລັດເຊຍ Vladimir Putin ໄດ້ເລີ່ມຕົ້ນການຢ້ຽມຢາມ ທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມໄດ້ດຳເນີນກົງກັບໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສອງປະເທດລົງນາມສົນທິສັນຍາການພົວພັນມິດຕະພາບ (16/6/1994 – 16/6/2024), ສົ່ງສານຢ່າງແຮງກ່ຽວກັບຄວາມເຄົາລົບນັບຖືເຊິ່ງກັນແລະກັນ ລະຫວ່າງສອງປະເທດ. ການຢ້ຽມຢາມ ກໍ່ແມ່ນໂອກາດເພື່ອໃຫ້ສອງຝ່າຍສ້າງກຳລັງໜູນຊຸກຍູ້ການພົວພັນສອງຝ່າຍ.

ທ່ານປະທານາທາບໍດີ Vladimir Putin (ພາບ: AFP/TTXVN)
TAG
VOV/VOVworld/ຫວຽດນາມ/ລັດເຊຍ
Related








