VOV WorldVOV World
ໝາກຜົນດ້ານເສດຖະກິດໃນ 6 ເດືອນຕົ້ນປີ: ເປັນການພິສູດໃຫ້ເຫັນບັນດາລັດຖະນະໂຍບາຍບໍລິຫານອັນຖືກຕ້ອງ
04/07/2024 09:54
(VOVWORLD) - ໃນສະພາບການເສດຖະກິດໂລກ ມີການຜັນປ່ຽນຫລາຍຢ່າງ ແລະ ບັນດາສິ່ງທ້າທາຍພາຍໃນ, ໝາກຜົນການເຕີບໂຕເສດຖະກິດໃນ 6 ເດືອນຕົ້ນປີນີ້ຂອງ ຫວຽດນາມ ບັນລຸ 6,42% ແມ່ນລະດັບເປັນຫນ້າປະທັບໃຈ. ໝາກຜົນນີ້ສະແດງໃຫ້ເຫັນຄວາມມານະພະຍາຍາມໃຫຍ່ຈາກອຳນາດການປົກຄອງ, ປະຊາຄົມວິສາຫະກິດໃນຕະຫລອດໄລຍະຜ່ານມາ ພ້ອມທັງຢັ້ງຢືນລັກສະນະອັນຖືກຕ້ອງໃນນະໂຍບາຍບໍລິຫານເສດຖະກິດຂອງ ຫວຽດນາມ.
ໝາກຜົນດ້ານເສດຖະກິດໃນ 6 ເດືອນຕົ້ນປີ: ເປັນການພິສູດໃຫ້ເຫັນບັນດາລັດຖະນະໂຍບາຍບໍລິຫານອັນຖືກຕ້ອງ
ກຳປັ່ນສາກົນ ແລກຫ້ວຽນ ຢູ່ ຫາຍຟ່ອງ. ພາບປະກອບ: Đức Nghĩa/TTXVN ເສດຖະກິດ - ສັງຄົມ 6 ເດືອນຕົ້ນປີຂອງ ຫວຽດນາມ ສືບຕໍ່ຕາມທ່າອ່ຽງຕັ້ງຫນ້າ, ລະດັບການເຕີບໂຕ  GDP 6 ເດືອນຜ່ານມາບັນລຸ 6,42% ແມ່ນລະດັບສູງທີ 2 ໃນຮອບເວລາ 5 ປີມານີ້, ພຽງແຕ່ຖັດຈາກລະດັບເພີ່ມຂຶ້ນຂອງ 6 ເດືອນຕົ້ນປີ 2022. ລະອຽດ: ເຂດອຸດສາຫະກຳ, ກໍ່ສ້າງ ແລະ ການບໍລິການກວມເອົາອັດຕາສ່ວນສູງສຸດ ແມ່ນກຳລັງຫນູນໃຫ້ແກ່ພື້ນຖານເສດຖະກິດ. ໃນຂະນະນັ້ນ, ມູນຄ່າເພີ່ມໃນທົ່ວຂະແຫນງອຸດສາຫະກຳ 6 ເດືອນຜ່ານມາ ບັນລຸ 7,54% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການເຄື່ອນໄຫວນຳເຂົ້າສົ່ງອອກດຳເນີນໄປຢ່າງຟົດຟື້ນ, ມູນຄ່າສົ່ງອອກເກີນດຸນຄາດວ່າບັນລຸກວ່າ 11,6 ຕື້ USD, ເປັນຫນ້າສົນໃຈ ອຸດສາຫະກຳການຜະລິດຕິດພັນກັບການສົ່ງອອກ, ຊື່ງແມ່ນຂົງເຂດເຕີບໂຕເປັນຫລັກຂອງພື້ນຖານເສດຖະກິດຫວຽດນາມ ໄດ້ຟື້ນຕົວຄືນໃຫມ່. ການຜະລິດອຸດສາຫະກຳເພີ່ມຂຶ້ນຢ່າງແຮງ ເຮັດໃຫ້ການນຳເຂົ້າແຫລ່ງວັດຖຸດິບຫລັກກໍ່ເພີ່ມຂຶ້ນໄປນຳ ເປັນຕົ້ນແມ່ນກຸ່ມວິສາຫະກິດຢູ່ພາຍໃນປະເທດ. ໃນສະພາບຄວາມກົດດັນໄພເງິນເຟີ້ຂອງບັນດາພື້ນຖານເສດຖະກິດໃຫຍ່ໃນໂລກຍັງຄົງຜັນແປສັບສົນ, ອັດຕາດອກເບ້ຍຢູ່ໃນລະດັບສູງ, ຄວາມຕ້ອງການຂອງພື້ນຖານເສດຖະກິດໂລກບໍ່ມີບາດກ້າວກະໂດດ. ຫວຽດນາມ ຍັງຄົງຮັກສາລະດັບການດຶງດູດການລົງທຶນຂອງຕ່າງປະເທດ (FDI) ເປັນຢ່າງດີ. ເງິນລົງທຶນໂດຍກົງຂອງຕ່າງປະເທດຢູ່ ຫວຽດນາມ ຄາດວ່າ ບັນລຸ 10,84  ຕື້ USD, ເພີ່ມຂຶ້ນ 8,2% ແມ່ນລະດັບສູງສຸດໃນໄລຍະ 6 ເດືອນຕົ້ນປີໃນຮອບເວລາ 5 ປີມານີ້. ທ່ານຮອງສາດສະດາຈານ, ປອ ຫງວຽນເທື່ອງລ້າງ, ຄູສອນຢູ່ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ໄດ້ໃຫ້ຂໍ້ສັງເກດວ່າ:
TAG
VOV/VOVworld/ສະຖຽນລະພາບດ້ານການເມືອງ/ຄວບຄຸມໄພເງິນເຟີ້/ເສດຖະກິດໃນ 6 ເດືອນ

More