VOV WorldVOV World
ໝາກຜົນແຫ່ງການປ້ອງກັນ, ຕ້ານການສໍ້ລາດບັງຫລວງ: ທະວີຄູນນຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ
16/05/2018 09:03
(VOVWORLD) - ຜູ້ມີສິດເລືອກຕັ້ງໄດ້ສະແດງໃຫ້ເຫັນຄວາມມຸ່ງມາດປາດຖະໜາວ່າ ວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ ຈະໄດ້ຮັບການຜັນຂະຫຍາຍຢ່າງແຮງ, ຂ້ຽວຂາດກ່ວາອີກ
ໝາກຜົນແຫ່ງການປ້ອງກັນ, ຕ້ານການສໍ້ລາດບັງຫລວງ: ທະວີຄູນນຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ພັກ
ໃນບັນດາກອງປະຊຸມຂອງຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ ແລະ ບັນດາການພົບປະກັບຜູ້ມີສິດເລືອກຕັ້ງນັ້ນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ຍາມໃດກໍ່ຢັ້ງຢືນຄວາມຕັດສິນໃຈຂອງພັກກອມມູນິດ ຫວຽດນາມ ໃນພາລະກິດປ້ອງກັນ, ຕ້ານການສໍ້ລາດບັງຫລວງ. ໝາກຜົນຂອງພາລະກິດປ້ອງກັນ, ຕ້ານການສໍ້ລາດບັງຫລວງຂອງພັກກອມມູນິດ ຫວຽດນາມ ພວມໄດ້ຮັບການຕີລາຄາສູງຈາກຫາງສຽງມະຫາຊົນ.   ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ (ພາບ: VN economy)         ໃນໄລຍະຜ່ານມາ, ພະນັກງານສະມາຊິກພັກ ແລະ ປະຊາຊົນໄດ້ເຫັນປະຈັກຕາການເຂົ້າຮ່ວມຢ່າງຂ້ຽວຂາດຂອງພັກ, ຂອງທັງລະບົບການເມືອງ, ພິເສດ ແມ່ນບົດບາດຂອງຜູ້ນຳໜ້າ ແລະ ຄວາມຮັບຜິດຊອບຂອງຄະນະພັກໃນວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ ໂດຍຜ່ານການຂຶ້ນສານດຳເນີນຄະດີ, ພິພາກສາບັນດາຄະດີເສດຖະກິດສໍ້ລາດບັງຫຼວງຢ່າງຮ້າຍແຮງ. ສິ່ງດັ່ງກ່າວ ເຮັດໃຫ້ບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງພັກກອມມູນິດ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ.        
TAG
VOV/VOVworld/ການປ້ອງກັນ/ຕ້ານການສໍ້ລາດບັງຫລວງ/ພະນັກງານ/ສະມາຊິກພັກ

More