VOV WorldVOV World
ຕໍ່ກຳລັງແຮງໃຫ້ຊາວປະມົງເດີນທະເລ
16/07/2014 11:57
ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ຫາ​ກໍ​ເຊັນ​ປະກາດ​ໃຊ້​ດຳລັດ 67/2014/ດລ-ລບ ກ່ຽວ​ກັບ​ບາງ​ນະ​ໂຍບາຍ​ພັດທະນາ​ສິນ​ໃນ​ນ້ຳ
ຕໍ່ກຳລັງແຮງໃຫ້ຊາວປະມົງເດີນທະເລ
ຫວ່າງ​ແລ້ວ​ນີ້, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີ້​ນຢຸງ ຫາ​ກໍ​ເຊັນ​ປະກາດ​ໃຊ້​ດຳລັດ 67/2014/ດລ-ລບ ກ່ຽວ​ກັບ​ບາງ​ນະ​ໂຍບາຍ​ພັດທະນາ​ສິນ​ໃນ​ນ້ຳ. ຕາມ​ນັ້ນ​ແລ້ວ, ລັດຖະບານ​ມີ​ຫຼາຍ​ນະ​ໂຍບາຍ​ໜູ​ນຊ່ວຍ​ຊາວ​ປະມົງ​ກ່ຽວ​ກັບ​ການ​ລົງທຶນ, ສິນ​ເຊື່ອ, ການ​ປະກັນ​ໄພ. ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ປະຖົມ​ປັດ​ໄຈ​ທີ່​ສຳຄັນ​ທີ່​ສຸດ​ໃນ​ການ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່​ມຊ້​ອນດ້ານ​ເສດຖະກິດ​ທະ​ເລ, ພັດທະນາ​ອາຊີບ​ຫາ​ປາ​ຕາມ​ທິດ​ທັນສະ​ໄໝ​ກໍ​ຄື​ຊ່ວຍ​ຊາວ​ປະມົງມີ​ຄວາມ​ໝັ້ນ​ໃຈ​ເດີນ​ທະ​ເລ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ເຂດ​ທະ​ເລ, ຫມູ່​ເກາະ​ຂອງ​ປະ​ເທດ​ຊາດ. ຊາວປະມົງແຂວງແຄ້ງຮ່ວາພວມໄດ້ຮັບການໜູນຊ່ວຍໃຫ້ມີ​ຄວາມ​ໝັ້ນ​ໃຈ​ເດີນ​ທະ​ເລ   (ພາບ: baosaigongiaiphong)     ດຳລັດ​ສະບັບ​ນີ້​ຂອງ​ລັດຖະບານ​ເລ​່ັງ​ໃສ່​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ລົງທຶນ​ຍົກ​ລະດັບ, ຕໍ່​ກຳ​ປັ່ນ​ຫາ​ປາ​ລຳ​ໃໝ່ ກໍ​ຄື​ສ້າງ​ກອງ​ກຳ​ປັ່ນ​ບໍລິການຮັບ​ໃຊ້​ການ​ປະມົງ, ຮັບ​ໃຊ້​ການ​ຂຸດ​ຄົ້ນ, ຫາ​ປາ​ຢູ່​ໄກ​ຝັ່ງ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ. ພ້ອມ​ກັບ ດຳລັດ​ສະບັບ​ນີ້​, ການ​ສ້າງ​ຕັ້ງ​ບັນດາ​ໜ່ວຍ, ກຸ​່ມຮ່ວມ​ມື​ຜະລິດ​ການ​ປະມົງ, ສົ່ງ​ເສີມ​ວິ​ສາ​ຫະກິດ​ລົງທຶນ​ເຂົ້າ​ຂົງ​ເຂດ​ການ​ປະມົງ.....ກໍ​ຖືກ​ລັດຖະບານ​ປະກາດ​ໃຊ້​ໃນ​ເອກະສານ​ກ່ອນ​ນັ້ນ, ​ແມ່ນ​ບັນດາ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອ​ພັດທະນາ​ການ​ປະມົງ​ຢູ່​ໄກ​ຝັ່ງ.    ​
TAG
vov/vovworld/ຊາວປະມົງ/ກຳປັ່ນ

More