ຕໍ່ກຳນົດເວລາເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ: ບາດກ້າວເດີນທີ່ໜ້າໄວ້ເນື້ອເຊື່ອໃຈ
24/07/2014 11:03
(vovworld)- ອີຣານ ແລະ ກຸ່ມ P5+1 ຫາກໍເຫັນດີເປັນເອກະສັນສືບຕໍ່ ດຳເນີນການເຈລະຈາຕື່ມອີກ 4 ເດືອນ ແນໃສ່ພະຍາຍາມບັນລຸໄດ້ ຂໍ້ຕົກລົງສະບັບສຸດທ້າຍກ່ຽວກັບ ໂຄງການນິວເຄຼຍຂອງເຕເຮຣານ

(vovworld)- ອີຣານ ແລະ ກຸ່ມ P5+1(ຊຶ່ງລວມມີ 5 ປະເທດກຳມະການປະຈຳສະພາຄວາມໝັ້ນຄົງ ສ.ປ.ຊ ຄື: ອັງກິດ, ອາເມລິກາ, ຝະລັ່ງ, ລັດເຊຍ, ຈີນ ພ້ອມກັບເຢຍລະມັນ) ຫາກໍເຫັນດີເປັນເອກະສັນສືບຕໍ່ດຳເນີນການເຈລະຈາຕື່ມອີກ 4 ເດືອນ ແນໃສ່ພະຍາຍາມບັນລຸໄດ້ຂໍ້ຕົກລົງສະບັບສຸດທ້າຍກ່ຽວກັບໂຄງການນິວເຄຼຍຂອງເຕເຮຣານ. ດ້ວຍບັນຫາການກະທຳທີ່ຕັ້ງໜ້າໃນມໍ່ໆມານີ້ ແລະ ປະຈຸບັນ ດ້ວຍການແກ່ຍາວກຳນົດເວລາເຈລະຈາ, ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ບັນດາຝ່າຍລ້ວນແຕ່ສະແດງເຈດຕະນາດີຢາກກ້າວໄປສູ່ຂໍ້ຕົງລົງຍາວນານ, ເປັນໜ້າໄວ້ເນື້ອເຊື່ອໃຈ ແລະ ໝັ້ນຄົງ. ເຕົາແຍກນິວເຄຼຍທີ່ໂຮງງານໄຟຟ້ານິວເຄຼຍ Bushehr ຂອງອີຣານ ຕາມແຈ້ງການຫຼ້າສຸດເມື່ອວັນທີ 23/7 ຈາກກະຊວງການຕ່າງປະເທດອີຣານແລ້ວ, ການຕໍ່ກຳນົດເວລາເຈລະຈາ ໄດ້ສະແດງໃຫ້ເຫັນບັນຍາກາດທີ່ຕັ້ງໜ້າ, ຜ່ານນັ້ນກໍຊີ້ໃຫ້ເຫັນແຈ້ງຄວາມຄວາມບໍ່ລົງລອຍກັນທີ່ຍັງຄົງຄ້າງໃນປະຈຸບັນເພື່ອໃຫ້ບັນດາຝ່າຍພ້ອມກັນດັດປັບ, ມຸ່ງໄປສູ່ຂໍ້ຕົງລົງດ້ານນິວເຄຼຍຮອບດ້ານ. ປະທານາທິບໍດີອີຣານ ກໍສະແດງຄວາມປະເອີບໃຈທີ່ສຸດກ່ຽວກັບຂໍ້ຕົງລົງດ້ານນິວເຄຼຍ. ຊ່ອງໂທລະພາບ Press TV ຂອງອີຣານເມື່ອວັນທີ 22/7 ໄດ້ຄັດຄຳເວົ້າຂອງປະທານາທິບໍດີ Rouhani ໂດຍຊີ້ແຈ້ງວ່າ : ການສົນທະນາແມ່ນເສັ້ນທາງພຽງເສັ້ນດຽວໃນສະເພາະໜ້າ ແລະ ອີຣານພ້ອມແລ້ວໃຫ້ການຮ່ວມມືໃນຂອບເຂດບັນດາຂໍ້ກຳນົດສາກົນເພື່ອບັນລຸໄດ້ຈຸດໝາຍນຳໃຊ້ເຕັກໂນໂລຢີນິວເຄຼຍເພື່ອຈຸດປະສົງສັນຕິພາບ. ໃນຂະນະນັ້ນ, ປະທານກຳມາທິການປ້ອງກັນຄວາມສະຫງົບແຫ່ງຊາດ ແລະ ນະໂຍບາຍການຕ່າງປະເທດຂອງສະພາແຫ່ງຊາດອີຣານ ທ່ານ Alaeddin Boroujerdi ໃຫ້ຂໍ້ສັງເກດວ່າ ເລື່ອງອີຣານ ແລະ ກຸ່ມ P5+1 ເຫັນດີເປັນເອກະສັນຕໍ່ກຳນົດເວລາເຈລະຈາກ່ຽວກັບໂຄງການນິວເຄຼຍແຕ່ວັນທີ 20/7 ຫາວັນທີ 24/11 ນັ້ນ, ແມ່ນສະແດງຄວາມມຸ່ງຫວັງຂອງທັງ 2 ຝ່າຍກ່ຽວກັບຂໍ້ຕົກລົງຮອບດ້ານສະບັບໜຶ່ງ.
TAG
vov/vovworld/ອີຣານ/ນິວເຄຼຍ/ໂຄງການ
Related








