VOV WorldVOV World
ໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມື GMS ແລະ CLV
03/04/2018 09:26
(VOVWORLD) - ກອງປະຊຸມສຸດຍອດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6 ແລະ ກອງປະຊຸມສຸດຍອດເຂດ 3 ຫຼ່ຽມພັດທະນາ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ແມ່ນໜຶ່ງໃນບັນດາການເຄື່ອນໄຫວການຕ່າງປະເທດຫລາຍຝ່າຍໃຫຍ່ສຸດໃນປີ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ.
ໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມື GMS ແລະ CLV
ຜົນສຳເລັດຂອງກອງປະຊຸມສຸດຍອດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ແລະ ກອງປະຊຸມສຸດຍອດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ແມ່ນມີຄວາມໝາຍສຳຄັນສຳລັບ ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ. ເອກະສານສຳຄັນຫລາຍສະບັບໄດ້ຮັບການຮັບຮອງເອົາໃນໂອກາດນີ້ ເຊິ່ງໄດ້ປະກອບສ່ວນສ້າງທິດທາງການຮ່ວມມືພາກພື້ນໃນໄລຍະຈະມາເຖິງໃຫ້ເປັນຮູບປະທຳ, ສະແດງໃຫ້ເຫັນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຫລາຍດ້ານ ເພື່ອພ້ອມກັນສ້າງອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງເຊື່ອມໂຍງວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ. ກອງປະຊຸມສຸດຍອດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ (GMS)           ກອງປະຊຸມສຸດຍອດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6 ແລະ ກອງປະຊຸມສຸດຍອດເຂດ 3 ຫຼ່ຽມພັດທະນາ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ແມ່ນໜຶ່ງໃນບັນດາການເຄື່ອນໄຫວການຕ່າງປະເທດຫລາຍຝ່າຍໃຫຍ່ສຸດໃນປີ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ. 2 ກອງປະຊຸມນີ້ ໄດ້ບັນລຸໝາກຜົນສຳຄັນຫລາຍຢ່າງ.
TAG
VOV/VOVworld/ການຮ່ວມມື/GMS/CLV/ກອງປະຊຸມສຸດຍອດ

More