ຫວຽດນາມ ຕັ້ງໜ້າເຂົ້າຮ່ວມແກ້ໄຂບັນດາບັນຫາກ່ຽວກັບການພັດທະນາແບບຍືນຍົງ
22/01/2025 10:24
(VOVWORLD) - ວັນທີ 21 ມັງກອນ, ເວທີປາໄສລັດຖະສະພາຮ່ວມມືຝລັ່ງໂກໂຟນີ ກ່ຽວກັບກະສິກຳແບບຍືນຍົງ, ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໂດຍສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຢູ່ນະຄອນ ເກິ່ນເທີໄດ້ອອກຖະແຫຼງການ ເກິ່ນເທີ. ຖະແຫຼງການສະແດງໃຫ້ຫັນຄວາມຕັດສິນໃຈ, ຄວາມເຫັນດີເຫັນພ້ອມຢູ່ລະດັບສູງ ແລະ ຄຳໝັ້ນສັນຍາຢ່າງແຮງຂອງບັນດາສະມາຊິກລັດຖະສະພາຝລັ່ງໂກໂຟນີ, ໃນນັ້ນມີຫວຽດນາມ, ໃນການຊຸກຍູ້ປະຕິບັດບັນດາເປົ້າມາຍພັດທະນາແບບຍືນຍົງ ແລະ ການຮ່ວມແຮງຮ່ວມໃຈແກ້ໄຂບັນດາບັນຫາ, ສິ່ງທ້າທາຍທົ່ວໂລກ. ຜົນສຳເລັດຂອງເວທີປາໄສໄດ້ປະກອບສ່ວນຢັ້ງຢືນບັນດາການປະກອບສວ່ນຂອງ ຫວຽດນາມໃນການພັດທະນາກະສິກຳແບບຍືນຍົງ, ການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນກຸ່ມບັນດາປະເທດສະມາຊິກ ຝລັ່ງໂກໂຟນີ.

ເວທີປາໄສລັດຖະສະພາຮ່ວມມືຝລັ່ງໂກໂຟນີ (ພາບ: quochoi.vn )
TAG
VOV/VOVworld/ຝລັ່ງໂກໂຟນີ/ກະສິກຳ
Related
More








