ຫວຽດນາມ ຍາມໃດກໍ່ໃຫ້ບູລິມະສິດສູງທີ່ສຸດ ແກ່ການພົວພັນກັບ ລາວ ແລະ ກຳປູເຈຍ
10/07/2024 08:55
(VOVWORLD) - ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ ແລະ ພະບາດສົມເດັດພະບໍລົມມະນຽດມະຫາກະສັດ Norodom Sihamoni ແຫ່ງລາຊະອານາຈັກກຳປູເຈຍ, ທ່ານປະທານປະເທດຫວຽດນາມ ໂຕເລິມໄດ້ໄປຢ້ຽມຢາມທາງລັດຖະກິດຢູ່ ສປປ.ລາວ ແລະ ລາຊະອານາຈັກ ກຳປູເຈຍ ໃນລະຫວ່າງວັນທີ 11 – 13 ກໍລະກົດ. ການຢ້ຽມຢາມຢັ້ງຢືນສານຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບູລິມະສິດສູງ ສຸດໃຫ້ແກ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ແລະ ການພົວພັນບ້ານໃກ້ເຮືອນຄຽງທີ່ດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານລະຫວ່າງ ຫວຽດນາມ - ກຳປູເຈຍ.

ທ່ານປະທານປະເທດຫວຽດນາມ ໂຕເລິມ (ພາບ: vov.vn ) ນີ້ແມ່ນການເດີນທາງໄປປະຕິບັດງານຄັ້ງທຳອິດຂອງທ່ານ ໂຕເລິມ ນັບແຕ່ເວລາດຳລົງຕຳແໜ່ງ ປະທານປະເທດ ຫວຽດນາມ(ເດືອນພຶດສະພາ 2024). ການຢ້ຽມຢາມຢັ້ງຢືນຄວາມສາມັກຄີ, ການສະໜິດຕິດພັນລະຫວ່າງສາມປະເທດ, ສ້າງຂີດໝາຍໄລຍະພັດທະນາໃໝ່ໃນການພົວພັນ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ ບົນພື້ນຖານຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ການຮ່ວມມືທີ່ມີປະສິດທິຜົນ, ເຄົາລົບຜົນປະໂຫຍດຂອງກັນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ເຮັດໃຫ້ການພົວພັນກັບສອງປະເທດເລິກເຊິ່ງກ່ວາອີກ, ເພີ່ມທະວີຄວາມສາມັກຄີລະຫວ່າງສາມປະເທດ ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).
TAG
VOV/VOVworld/ການພົວພັນ/ຫວຽດນາມ/ລາວ
Related








