ຫວຽດນາມຊຸກຍູ້ການຜັນຂະຫຍາຍບັນດາຂໍ້ລິເລີ່ມຂອງປີປະທານອາຊຽນ 2020
31/08/2020 08:51
(VOVWORLD) -ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 52 ຕາມຮູບການທາງອອນລາຍຫາກໍ່ອັດລົງໃນອາທິດຜ່ານມາ ໂດຍພາຍໃຕ້ການເປັນປະທານຂອງປະທານອາຊຽນ 2020-ຫວຽດນາມ. ໂດຍສືບຕໍ່ບັນດາການເຄື່ອນໄຫວຂອງປີປະທານອາຊຽນ 2020, ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ສືບຕໍ່ຊຸກຍູ້ການຮ່ວມມືດ້ານເສດຖະກິດພາຍໃນກຸ່ມ, ຜັນຂະຫຍາຍການປະຕິບັດບັນດາຂໍ້ລິເລີ່ມ, ການໃຫ້ບຸລິມະສິດດ້ານເສດຖະກິດ ໂດຍຫວຽດນາມ ຍົກອອກມາໃຫ້ແກ່ປະທານອາຊຽນ, ພ້ອມທັງຊຸກຍູ້ການຮ່ວມມືນອກກຸ່ມ ໂດຍບໍ່ຫົວຊາຕໍ່ເລື່ອງບັນດາປະເທດອາຊຽນ ຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຍ້ອນໂລກລະບາດໂຄວິດ 19 ກໍ່ຂຶ້ນ.

ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເ ຈິ່ນຕວັນແ ອັ ງ ທີ່ການປະຊຸມຂ່າວແຈ້ງໝາກຜົນຂອງກອງປະຊຸມ (ພາບ: nhandan.com.vn ) ນັບແຕ່ຕົ້ນປີ 2020, ບັນດາທ່ານລັດຖະມົນຕີເສດຖະກິດອາຊຽນ ໄດ້ຮັບຮອງເອົາຂໍ້ສະເໜີ 13 ຂໍ້ກ່ຽວກັບຂໍ້ລິເລີ່ມ, ການໃຫ້ບຸລິມະສິດກ່ຽວກັບການຮ່ວມມືດ້ານເສດຖະກິດຂອງຫວຽດນາມ ໃນປີປະທານອາຊຽນ 2020. ບັນດາຂໍ້ລິເລີ່ມສຸມໃສ່ຂົງເຂດຕ່າງໆຄື: ການຄ້າເອເລກໂຕລິກ, ການຄ້າສິນຄ້າ, ພະລັງງານ, ເຕັກໂນໂລຊີຂໍ້ມູນຂ່າວສານ, ກະສິກຳ, ການພັດທະນາແບບຍືນຍົງ, ການເງິນ…
TAG
VOV/VOVworld/ຂໍ້ລິເລີ່ມ/ປີປະທານອາຊຽນ 2020/ເຈິ່ນຕວັນແອັງ
Related
More








