ຫວຽດນາມ ສືບຕໍ່ຍູ້ແຮງການປ້ອງກັນຕ້ານການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້
16/08/2023 10:08
(VOVWORLD) - ນັບແຕ່ຕົ້ນອາຍຸການຂອງກອງປະຊຸມໃຫຍ່ພັກກອມມະນູດ ຫວຽດນາມ ຊຸດທີ XIII ມາຮອດປັດຈຸບັນ, ວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ຂອງ ຫວຽດນາມ ບັນລຸໄດ້ໝາກຜົນທີ່ພົ້ນເດັ່ນຫຼາຍຢ່າງ ແລະ ວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄດ້ກາຍເປັນທ່າອ່ຽງທີ່ບໍ່ອາດຕ່າວປິນໄດ້. ວັນທີ 16 ສິງຫາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝຸຈ້ອງ ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ໄດ້ເປັນປະທານກອງປະຊຸມຜັນຂະຫຍາຍບັນດາໜ້າທີ່ສຳຄັນຂອງຄະນະຊີ້ນຳ, ສະແດງໃຫ້ເຫັນວ່າ ຫວຽດນາມ ຈະສືບຕໍ່ຍູ້ແຮງວຽກງານປ້ອງກັນຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ໃນໄລຍະຈະມາເຖິງ.

ກອງປະຊຸມສະຫຼຸບ 1 ປີແຫ່ງການເຄື່ອນໄຫວຂອງຄະນະຊີ້ນຳຂັ້ນແຂວງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ (ພາບ: qdnd.vn )
TAG
VOV/VOVworld/ການສໍ້ລາດບັງຫຼວງ/ປະກົດການຫຍໍ້ທໍ້
Related








