VOV WorldVOV World
ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ
12/11/2021 09:12
(VOVWORLD) - ກອງປະຊຸມສຸດຍອດການດຳເນີນທຸລະກິດ APEC (APEC CEO Summit)- ໜຶ່ງໃນບັນດາການເຄື່ອນໄຫວສຳຄັນຂອງກອງປະຊຸມຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) ໄດ້ດຳເນີນໃນລະຫວ່າງວັນທີ 11-12 ພະຈິກ. ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ, ແຂກຖືກເຊີນກິຕິມະສັກຂອງກອງປະຊຸມປີນີ້ ໄດ້ມີຂໍ້ສະເໜີອັນລະອຽດທີ່ກອງປະຊຸມ, ຜ່ານນັ້ນ, ສືບຕໍ່ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ທີ່ຈະຮ່ວມເດີນທາງ ພ້ອມກັບບັນດາພື້ນຖານເສດຖະກິດ APEC ແລະ ປຊຊ ຜ່ານຜ່າໂລກລະບາດ, ຟື້ນຟູເສດຖະກິດ, ເພື່ອພາກພື້ນອາຊີ ແຫ່ງສັນຕິພາບ, ພັດທະນາແບບຍືນຍົງ ແລະ ນຳເອົາວັດທະນາຖາວອນມາໃຫ້ ປຊຊ ທຸກຄົນ.
ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ APEC ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ
ທ່ານປະທານປະເທດຫວຽດນາມ ຫງວຽນຊັວນຝຸກ ເຂົ້າຮ່ວມວາລະໂອ້ລົມສົນທະນາປະຈຳປີລະຫວ່າງການນຳ ເອເປັກ ແລະ ສະພາດຳເນີນທຸລະກິດເອເປັກ (ພາບ: TTXVN)    ໂດຍໄດ້ຈັດຂຶ້ນໃນສະພາບການໂລກ ແລະ ພາກພື້ນ ພວມຜ່ານຜ່າຈຸດເວລາທີ່ຫຍຸ້ງຍາກຍ້ອນໂລກລະບາດນັ້ນ, APEC ສືບຕໍ່ຢັ້ງຢືນບົດບາດແມ່ນເວທີປາໄສຫຼັກແຫຼ່ງ ກ່ຽວກັບການຮ່ວມມື ແລະ ຮ່ວມສຳພັນດ້ານເສດຖະກິດ, ຊຸກຍູ້ການເຕີບໂຕເສດຖະກິດພາກພື້ນ ແລະ ທົ່ວໂລກ.
TAG
VOV/VOVworld/APEC/ປະທານປະເທດຫວຽດນາມ ຫງວຽນຊັວນຝຸກ/APEC CEO Summit

More