ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ
18/07/2018 09:01
(VOVWORLD) - ວັນທີ 17 ກໍລະກົດ, ທີ່ສຳນັກງານສະຫະປະຊາຊາດຢູ່ ນິວຢອກ ປະເທດ ອາເມລິກາ, ຫວຽດນາມ ໄດ້ສະເໜີບົດລາຍງານ VNR ກ່ຽວກັບການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ (SDGs).

ດ້ວຍບົດບາດເປັນສະມາຊິກຂອງສະພາເສດຖະກິດສັງຄົມອາຍຸການ 2016 – 2018, ທີ່ເວທີປາໄສນີ້, ຫວຽດນາມ ສືບຕໍ່ຢືນຢັນທັດສະນະ: ການພັດທະນາແບບຍືນຍົງໄດ້ຮັບການປະສານສົມທົບສອດຫ້ອຍເຂົ້າໃນບັນດາຍຸດທະສາດ, ແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແມ່ນບຸລິມະສິດແຖວໜ້າ. ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນເທ໊ເຟືອງ (ພາບ: cadn.com.vn ) ເວທີປາໄສການເມືອງຂັ້ນສູງກ່ຽວກັບການພັດທະນາແບບຍືນຍົງຂອງສະພາເສດຖະກິດ - ສັງຄົມສະຫະປະຊາຊາດປີນີ້ ໄດ້ເຕົ້າໂຮມຜູ້ແທນກ່ວາ 2.500 ທ່ານທີ່ມາຈາກ 193 ປະເທດສະມາຊິກສະຫະປະຊາຊາດ, ບັນດາອົງການຈັດຕັ້ງສາກົນ, ບັນດາອົງການບໍ່ຂຶ້ນກັບລັດຖະບານ ແລະ ວົງການນັກຮຽນຮູ້ສາກົນ. ດ້ວຍຫົວຂໍ້ວ່າ: “ ການຫັນປ່ຽນມຸ່ງໄປເຖິງສັງຄົມຍືນຍົງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ”, ເວທີປາໄສປີນີ້ ໄດ້ກວດກາຄືນການປະຕິບັດ 6/17 ເປົ້າໝາຍພັດທະນາແບບຍືນຍົງ ແລະ ພິຈາລະນາບົດລາຍງານຂອງ 47 ປະເທດ.
TAG
VOV/VOVworld/ຄຳໝັ້ນສັນຍາ/ພັດທະນາແບບຍືນຍົງ
Related
More








