ຫວຽດນາມ ບັນລຸໄດ້ຜົນງານສູງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ
07/03/2018 09:09
(VOVWORLD) - ຕາມຕາຕະລາງຈັດອັນດັບຂອງສະຫະປະຊາຊາດກ່ຽວກັບດັດຊະນີຄວາມສະເໝີພາບລະຫວ່າງຍິງ - ຊາຍ (GII) ປີ 2014, ຫວຽດນາມ ຖືກຈັດອັນດັບທີ 60/154 ປະເທດໃນໂລກ.

(ພາບປະກອບ/phunuvietnam.vn) ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ບັນລຸໄດ້ຜົນງານສູງກ່ຽວກັບການປະຕິບັດຄວາມສະເໝີພາບລະຫວ່າງຍິງ - ຊາຍ. ພ້ອມກັບບັນດານະໂຍບາຍຂອງພັກ, ລັດ, ການເຂົ້າຮ່ວມຂອງທຸກຂັ້ນ, ທຸກຂະແໜງການ, ວຽກງານສະເໝີພາບລະຫວ່າງຍິງ - ຊາຍບັນລຸໄດ້ຜົນງານຫລາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວິວັດການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ບົດຂຽນຂອງ ທູຮວາ ທີ່ມີຫົວຂໍ້ວ່າ “ຫວຽດນາມ ບັນລຸໄດ້ຜົນງານສູງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ” ເນື່ອງໃນໂອກາດວັນແມ່ຍິງສາກົນ 8/3. ຕາມຕາຕະລາງຈັດອັນດັບຂອງສະຫະປະຊາຊາດກ່ຽວກັບດັດຊະນີຄວາມສະເໝີພາບລະຫວ່າງຍິງ - ຊາຍ (GII) ປີ 2014, ຫວຽດນາມ ຖືກຈັດອັນດັບທີ 60/154 ປະເທດໃນໂລກ. ສ່ວນຕາມບົດລາຍງານເປົ້າໝາຍພັດທະນາສະຫັດສະວັດ 2013 (MDG 2013), ເປົ້າໝາຍຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຍົກສູງບົດບາດໃຫ້ແມ່ຍິງ ແມ່ນໜຶ່ງໃນສາມເປົ້າໝາຍສະຫັດສະວັດ ຊຶ່ງ ຫວຽດນາມ ໄດ້ປະຕິບັດສຳເລັດກ່ອນກຳນົດເວລາປີ 2015.
TAG
VOV/VOVworld/ຄວາມສະເໝີພາບລະຫວ່າງຍິງ-ຊາຍ
Related
More








