ຫວຽດນາມ ຮັບປະກັນສິດ, ຜົນປະໂຫຍດຂອງຄົນພິການບົນພື້ນຖານສະເໝີພາບເພື່ອພ້ອມກັນພັດທະນາປະເທດຊາດ
23/06/2022 09:00
(VOVWORLD) - ສິ່ງດັ່ງກ່າວບໍ່ພຽງແຕ່ໂດຍທ່ານນາງ ເລທິມິງທວາ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢັ້ງຢືນທີ່ກອງປະຊຸມຄັ້ງທີ 15 ບັນດາປະເທດສະມາຊິກສົນທິສັນຍາສິດຂອງຄົນພິການ (CRPD) ເຊິ່ງໄດ້ດຳເນີນແຕ່ວັນທີ 14 – 16 ມິຖຸນາ 2022 ຢູ່ນະຄອນ ນິວຢອກ, ປະເທດອາເມລິກາ ເທົ່ານັ້ນ ຫາກ ຫວຽດນາມ ຍັງໄດ້ປະຕິບັດໃນພຶດຕິກຳຕົວຈິງອີກດ້ວຍ.

ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຕໍ່ການຊຸກຍູ້, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຄົນພິການບົນພື້ນຖານຄວາມສະເໝີພາບ, ບໍ່ຈຳແນກການປະພຶດ, ພ້ອມທັງຍາມໃດກໍ່ປະສານສົມທົບບັນຫານີ້ເຂົ້າໃນຂອບເຂດພັດທະນາປະເທດຊາດ. ສິ່ງດັ່ງກ່າວບໍ່ພຽງແຕ່ໂດຍທ່ານນາງ ເລທິມິງທວາ, ອັກຄະລັດຖະທູດທີ່ປຶກສາ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢັ້ງຢືນທີ່ກອງປະຊຸມຄັ້ງທີ 15 ບັນດາປະເທດສະມາຊິກສົນທິສັນຍາສິດຂອງຄົນພິການ (CRPD) ເຊິ່ງໄດ້ດຳເນີນແຕ່ວັນທີ 14 – 16 ມິຖຸນາ 2022 ຢູ່ນະຄອນ ນິວຢອກ, ປະເທດອາເມລິກາ ເທົ່ານັ້ນ ຫາກ ຫວຽດນາມ ຍັງໄດ້ປະຕິບັດໃນພຶດຕິກຳຕົວຈິງອີກດ້ວຍ. ກອງປະຊຸມຄັ້ງທີ 15 ບັນດາປະເທດສະມາຊິກສົນທິສັນຍາສິດຂອງຄົນພິການ (CRPD) ຫວຽດນາມ ມີຄົນພິການປະມານ 7 ລ້ານຄົນ, ກວມເອົາ 7,8% ປະຊາກອນໃນທົ່ວປະເທດ, ໃນນັ້ນແມ່ຍິງກວມເອົາ 48% ແລະ ເດັກນ້ອຍກວມເອົາ 28,3%. 87% ຈຳນວນຄົນພິການດຳລົງຊີວິດຢູ່ເຂດຊົນນະບົດ, ເຂດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຕ້ອງໄດ້ຮັບການຊ່ວຍເຫຼືອ, ການໜູນຊ່ວຍຈາກລັດ ແລະ ສັງຄົມ. ໄປຄຽງຄູ່ກັບການຮັບຮູ້ ແລະ ປົກປ້ອງສິດ, ພັນທະຄືກັນພົນລະເມືອງຄົນອື່ນໆ, ລັດຖະບານ ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດສະເພາະແກ່ຄົນພິການ. ດ້ວຍແຜນນະໂຍບາຍ “ເຕີບໂຕເສດຖະກິດຕິດພັນກັບການແກ້ໄຂບັນດາບັນຫາສັງຄົມບົນຫຼັກການສະເໝີພາບ ແລະ ຮັບປະກັນຄວາມກ້າວໜ້າໃນສັງຄົມ”, ລັດຖະບານ ມີບັນດານະໂຍບາຍ, ກົດໝາຍລະອຽດ ແລະ ແທດຈິງຕໍ່ຄົນພິການ, ໃນນັ້ນໄດ້ສົ່ງເສີມ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ຄົນພິການປະຕິບັດສິດດ້ານການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມຢ່າງສະເໝີພາບ, ເສີມຂະຫຍາຍຄວາມສາມາດຂອງເຂົາເຈົ້າເພື່ອຮັບປະກັນຊີວິດການເປັນຢູ່, ເຊື່ອມຕົວເຂົ້າກັບວົງຄະນະຍາດ, ເຂົ້າຮ່ວມການເຄື່ອນໄຫວທາງສັງຄົມ. ປະຈຸບັນ, ຄົນພິການ ຫວຽດນາມ ໄດ້ຮັບການຊ່ວຍເຫຼືອທາງດ້ານການເບິ່ງແຍງດູແລສຸຂະພາບ, ຟື້ນຟູອະໄວຍະວະ, ສ້າງວຽກເຮັດງານທຳທີ່ເໝາະສົມຈາກລັດ ແລະ ສັງຄົມ ແລະ ໄດ້ຊົມໃຊ້ສິດຕາມຂໍ້ກຳນົດຂອງກົດໝາຍ. ລະບົບກົດໝາຍກ່ຽວກັບຄົນພິການ ຢູ່ ຫວຽດນາມ ນັບມື້ນັບໄດ້ສ້າງໃຫ້ສົມບູນແບບຕາມທິດຮັບປະກັນຄວາມຄ້າຍຄືກັນກັບສົນທິສັນຍາສາກົນວ່າດ້ວຍສິດຂອງຄົນພິການ.
TAG
VOV/VOVworld/ຄົນພິການ/ສອນວິຊາຊີບ/ຄວາມສະເໝີພາບ
Related
More








