ຫວຽດນາມ ແລະ ສາທາລະນະລັດ ເກົາຫລີ: ໄລຍະທາງ 25 ປີແຫ່ງການຮ່ວມມືປະສົບຜົນສຳເລັດ
21/12/2017 11:57
(VOVWORLD) -ວັນທີ 22/12/1992, ຫວຽດນາມ ແລະ ສເກົາຫລີ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ນີ້ແມ່ນຂີດໝາຍສຳຄັນ, ສ້າງຂອບເຂດໃຫ້ແກ່ການພົວພັນລະຫວ່າງສອງປະເທດ. 25 ປີຜ່ານມາ, ຫວຽດນາມ ແລະ ສເກົາຫລີ ໄດ້ມີບັນດາບາດກ້າວພັດທະນາຢ່າງແຮງ ແລະ ບັນລຸໄດ້ຜົນງານໃຫຍ່ຫລວງໃນທຸກຂົງເຂດ. ບົດຂຽນຂອງນັກຂ່າວ ລານເຟືອງ ກ່ຽວກັບການພັດທະນາກະໂດດຂັ້ນໃນການພົວພັນລະຫວ່າງຫວຽດນາມ ແລະ ສເກົາຫລີ.

ທ່ານ ຫງວຽນຫວູຕູ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ສເກົາຫລີ ພາບ:vietnam+ 25 ປີຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ ແລະ ສເກົາຫລີ ໄດ້ພັດທະນາຢ່າງວ່ອງໄວ, ໝັ້ນຄົງ, ແທດຈິງ ແລະ ຮອບດ້ານໃນທຸກຂົງເຂດຄື: ການເມືອງ, ເສດຖະກິດ, ການຮ່ວມມືພັດທະນາ, ວັດທະນະທຳ, ການພົບປະແລກປ່ຽນປະຊາຊົນ. ຂີດໝາຍສຳຄັນໃນວິວັດທະນາການພັດທະນາຂອງສາຍພົວພັນສອງຝ່າຍ ນັ້ນແມ່ນ ຍົກລະດັບຂອບເຂດການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຮອບດ້ານເມື່ອປີ 2001 ແລະ ຄູ່ຮ່ວມມືຍຸດທະສາດເມື່ອປີ 2009. ບັນດາການຢ້ຽມຢາມ ແລະ ພົບປະລະຫວ່າງການນຳຂັ້ນສູງສອງປະເທດກໍ່ຄືທຸກຂັ້ນ ໄດ້ດຳເນີນເປັນປະຈຳ ແລະ ມີຫລາຍກົນໄກຮ່ວມມືສອງຝ່າຍໄດ້ສ້າງຕັ້ງຂຶ້ນ.
TAG
VOV/VOVworld/ມິດຕະພາບ
Related
More








