VOV WorldVOV World
ຫວຽດນາມ ເຄົາລົບ ແລະ ຮັບປະກັນສິດເສລີທາງສື່ມວນຊົນເປັນຢ່າງດີ
28/02/2018 08:29
(VOVWORLD) - ມາດຕາ 19, ICCPR ຢັ້ງຢືນວ່າ: “ເລື່ອງປະຕິບັດບັນດາສິດທີ່ໄດ້ກຳນົດທີ່ຂໍ້ 2 ມາດຕານີ້ ຄັດຕິດບັນດາພັນທະ ແລະ ຄວາມຮັບຜິດຊອບພິເສດ, ໄດ້ກຳນົດໃນກົດໝາຍ ແມ່ນຈຳເປັນ
ຫວຽດນາມ ເຄົາລົບ ແລະ ຮັບປະກັນສິດເສລີທາງສື່ມວນຊົນເປັນຢ່າງດີ
ນັບແຕ່ກ່ອນມາຮອດປັດຈຸບັນ, ພັກ, ລັດ ຫວຽດນາມ ຍາມໃດກໍ່ເຄົາລົບ, ຮັບປະກັນ ແລະ ຊຸກຍູ້ສິດທິມະນຸດ, ໃນນັ້ນ ມີສິດເສລີໃນການເຄື່ອນໄຫວສື່ມວນຊົນ, ຖືກຕາມບັນດາຄຳໝັ້ນສັນຍາສາກົນ ຊຶ່ງ ຫວຽດນາມ ໄດ້ເຂົ້າຮ່ວມ. ການພັດທະນາຂອງສື່ມວນຊົນ ຫວຽດນາມ ໃນຊຸມປີຜ່ານມາ ໄດ້ສະແດງໃຫ້ເຫັນບັນດານະໂຍບາຍກ່ຽວກັບຄວາມເສລີໃນການເຄື່ອນໄຫວສື່ມວນຊົນຂອງ ຫວຽດນາມ ຊຶ່ງໄດ້ປະຕິບັດໃນຕົວຈິງຢ່າງມີປະສິດທິຜົນ. ບົດຂຽນຂອງບັນນາທິການ ທູຮວາ “ຫວຽດນາມ ເຄົາລົບ ແລະ ຮັບປະກັນສິດເສລີໃນການເຄື່ອນໄຫວສື່ມວນຊົນເປັນຢ່າງດີ.”  ຫວຽດນາມ ເຄົາລົບ ແລະ ຮັບປະກັນສິດເສລີທາງສື່ມວນຊົນເປັນຢ່າງດີ (ພາບ: TTXVN)         ທາງດ້ານສາກົນ, ສິດເສລີທາງສື່ມວນຊົນໄດ້ກຳນົດຢ່າງລະອຽດໃນກົດໝາຍສາກົນ. ມາດຕາ 19, ສົນທິສັນຍາສາກົນກ່ຽວກັບສິດທາງແພ່ງ, ການເມືອງປີ 1966 (ICCPR) ໄດ້ຢັ້ງຢືນວ່າ: ທຸກຄົນມີສິດເສລີໃນການປາກເວົ້າ; ສິດດັ່ງກ່າວ ລວມມີຄວາມເສລີໃນການຊອກຫາ, ສຳຜັດ ແລະ ເຜີຍແຜ່ຂໍ້ມູນຂ່າວ, ຄຳຄິດເຫັນທຸກຢ່າງ, ບໍ່ຈຳແນກຂົງເຂດ, ຮູບການໂຄສະນາ ໂດຍບໍ່ວ່າຜ່ານພາຫະນະສື່ມວນຊົນໃດໆ. ເຖິງຢ່າງໃດກໍ່ຕາມ, ສິດດັ່ງກ່າວ ອາດຈະຖືກຈຳກັດຢ່າງແນ່ນອນ.
TAG
VOV/VOVworld/ຫວຽດນາມ/ສິດເສລີ/ສື່ມວນຊົນ

More