ຫວຽດນາມ ມານະພະຍາຍາມຄວບຄຸມໂລກລະບາດໂຄວິດ-19
05/08/2020 17:17
(VOVWORLD) - ພາຍຫລັງ 99 ມື້ທີ່ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ໃນຊຸມຊົນ, ວັນທີ 25 ກໍລະກົດ ຜ່ານມາ, ຫວຽດນາມ ໄດ້ກວດພົບກໍລະນີຕິດເຊື້ອທຳອິດໃນຊຸມຊົນຢູ່ ດ່າໜັງ ແລະ ຫລັງຈາກນັ້ນ ໄດ້ພົບຜູ້ຕິດເຊື້ອຢູ່ກະແຈກກະຈາຍໃນບາງແຂວງ, ນະຄອນອື່ນໆ.

ລະບົບປ້ອງກັນ, ຕ້ານເຊື້ອພະຍາດນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນໄດ້ເຄື່ອນໄຫວຄືນໃໝ່ ດ້ວຍເນື້ອໃນຈິດໃຈສຸມທຸກແຫຼ່ງກຳລັງ ດ້ວຍທຸກມາດຕະການແກ້ໄຂຢ່າງເຖິງຖອງຢູ່ “ບ່ອນແຜ່ລະບາດ” ແລະ ເຂດທີ່ມີຄວາມສ່ຽງຕິດແປດສູງ. ບັນດາແຂວງ, ນະຄອນອື່ນ ຕ້ອງຮັບປະກັນໃຫ້ຢູ່ໃນສະພາບການປົກກະຕິໃໝ່ ເພື່ອພັດທະນາ. ຊີດຢາຂ້າເຊື້ອຢູ່ໂຮງໝໍ C (ພາບ: qdnd.vn ) ໄລຍະໃໝ່ຂອງໂລກລະບາດມີການຜັນແປຢ່າງສັບສົນ, ມັນແຜ່ລະບາດອອກສູ່ບາງທ້ອງຖິ່ນຢ່າງວ່ອງໄວ ໃນນັ້ນ ມີບັນດາຕົວເມືອງໃຫຍ່. ເລື່ອງໂລກລະບາດແຜ່ລະບາດຢູ່ບັນດາໂຮງໝໍ ດ່າໜັງ ແມ່ນຄຳເຕືອນໄພທີ່ວ່າ ຈຸດສຳຄັນທີ່ສຸດ ຕ້ອງເຝົ້າລະວັງທີ່ສຸດ.
TAG
VOV/VOVworld/ຫວຽດນາມ/ຄວບຄຸມໂລກລະບາດ/ໂຄວິດ-19
Related
More








