ຫວຽດນາມ ຍາມໃດກໍ່ຖືສຳຄັນ ແລະມານະພະຍາຍາມເພື່ອຜູ້ອອກແຮງງານ
30/05/2024 09:47
(VOVWORLD) - ເດືອນກຳມະກອນປີ 2024 ຈະສິ້ນສຸດໃນວັນທີ 31 ພຶດສະພາ.ນີ້ແມ່ນເຫດການໄດ້ຮັບການຈັດຕັ້ງປະຈຳປີ ເພື່ອໃຫ້ອຳນາດການປົກຄອງທຸກຂັ້ນ, ຜູ້ໃຊ້ແຮງງານ ແລະ ທົ່ວສັງຄົມຍູ້ແຮງການການເອົາໃຈໃສ່ ເບິ່ງແຍງດູແລ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງກັບກົດໝາຍຂອງກຳມະກອນ, ລັດຖະກອນ, ຄົນງານ. ຢູ່ ຫວຽດນາມ, ການເອົາໃຈໃສ່ ເບິ່ງແຍງດູແລ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງກຳມະກອນ, ລັດຖະກອນ, ຄົນງານ ຍາມໃດກໍ່ແມ່ນບຸລິມະສິດແຖວຫນ້າໃນທຸກນະໂຍບາຍພັດທະນາ.

ປະຈຸບັນ ຫວຽດນາມ ມີຜູ້ອອກແຮງງານ ກວ່າ 52 ລ້ານຄົນ. ສິດຂອງ ຜູ້ອອກແຮງງານ ແມ່ນພາກສ່ວນຫນຶ່ງຂອງລະບົບສິດທິມະນຸດຊື່ງພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະ ປະຕິບັດຜ່ານບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່.
TAG
VOV/VOVworld/ຮ່ວມມືສາກົນ/ຜູ້ອອກແຮງງານ/ອົງການແຮງງານສາກົນ
Related








