VOV WorldVOV World
ຫວຽດນາມ - ສ.ເກົາຫຼີ ພ້ອມກັນມຸ່ງໄປສູ່ວິໄສທັດລວມ
01/10/2014 10:29
ວັນ​ທີ 1/10, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ ສ.​ເກົາຫຼີ​ຢ່າງ​ເປັນ​ທາງການ ຕາມ​ຄຳ​ເຊີນ​ຂອງ​ປະທານ​າທິບໍດີ ສ.​ເກົາຫຼີ Park Geun- Hye .
ຫວຽດນາມ - ສ.ເກົາຫຼີ ພ້ອມກັນມຸ່ງໄປສູ່ວິໄສທັດລວມ
ວັນ​ທີ 1/10, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ ສ.​ເກົາຫຼີ​ຢ່າງ​ເປັນ​ທາງການ ຕາມ​ຄຳ​ເຊີນ​ຂອງ​ປະທານ​າທິບໍດີ ສ.​ເກົາຫຼີ Park Geun- Hye . ການ​ຢ້ຽມຢາມ​ ສ.​ເກົາຫຼີຂອງ​ຜູ້ນຳ​ສູງ​ສຸດ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມຄັ້ງ​ນີ້ ​ເປັນ​ການສະ​ແດງ​ໃຫ້​ເຫັນຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ສູງ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ໝັ້ນ​ໝາຍຈະ​ເປີດ​ກາລະ​ໂອກາດ ຮ່ວມ​ມື​ໃໝ່​ໃນ​ທຸກໆ​ຂົງ​ເຂດ. ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ້ຈ້ອງ ເລີ່​ມຕົ້ນ​ການ​ຢ້ຽມຢາມ ສ.​ເກົາຫຼີ​ຢ່າງ​ເປັນ​ທາງການ    ພາຍຫຼັງ 22 ປີ ນັບ​ຕັ້ງ​ແຕ່​ເວລາສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ເມື່ອ​ປີ 1992 ​ແລະ ພິ​ເສດ​ພາຍຫຼັງ 5 ປີ​ນັບ​ແຕ່​ເມື່ອ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ “ ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ” ​ໃນ​ປີ 2009, ການ​ພົວພັນ ຫວຽດນາມ - ສ.​ເກົາຫຼີ​ໄດ້​ພັດ​ທະນາ​ຢ່າງ​ແຂງ​ແຮງ, ຮອບດ້ານ, ​ແລະ ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ.
TAG
vov/vovworld/ເລຂາທິການໃຫຍ່/ເກົ່າຫຼີ

More