ຫວຽດນາມ ສືບຕໍ່ຊຸກຍູ້ການພັດທະນາແມ່ນ້ຳຂອງແບບຍືນຍົງ
04/04/2018 09:01
(VOVWORLD) -ແມ່ນ້ຳຂອງຍາວປະມານ 4,800 ກີໂລແມັດ ໄຫຼຜ່ານ 6 ປະເທດ ແມ່ນ ຈີນ, ມຽນມາ, ລາວ, ໄທ, ກຳປູເຈຍ, ຫວຽດນາມ. ດ້ວຍແຫຼ່ງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ, ປະຊາກອນໃນເຂດອະນຸພາກພື້ນແມ່ນ້ຳຂອງ 65 ລ້ານຄົນ ໄດ້ ແລະ ພວມປະກອບສ່ວນ ຊຸກຍູ້ການພັດທະນາເສດຖະກິດຂອງບັນດາປະເທດໃນພາກພື້ນ.

ກອງປະຊຸມສຸດຍອດຄະນະກຳມາທິການແມ່ນ້ຳຂອງຄັ້ງທີ 3 ໄດ້ດຳເນີນແຕ່ວັນທີ 4 – 5 ເມສາ ຢູ່ Siem Reap ປະເທດ ກຳປູເຈຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ພ້ອມກັບການນຳບັນດາປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງ, 2 ຄູ່ຮ່ວມ ເຈລະຈາ, ຄູ່ຮ່ວມພັດທະນາ, ບັນດານັກອຸປະຖຳ, ບັນດາອົງການຈັດຕັ້ງສາກົນ, ບັນດາອົງການຈັດຕັ້ງເຂດອ່າງແມ່ນ້ຳຂອງສາກົນ…ເຂົ້າຮ່ວມ. ເປົ້າໝາຍສຳຄັນຂອງກອງປະຊຸມ ນັ້ນແມ່ນເພີ່ມທະວີຄວາມມານະພະຍາຍາມລວມ ແລະ ການພົວພັນຄູ່ຮ່ວມມື ແນໃສ່ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງເປົ້າໝາຍການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ. ແມ່ນ້ຳຂອງ ໂດຍສືບຕໍ່ກອງປະຊຸມສຸດຍອດຄັ້ງທີ 2 ທີ່ຈັດຕັ້ງຢູ່ນະຄອນ ໂຮ່ຈີມິນ ຫວຽດນາມ ເມື່ອປີ 2014, ກອງປະຊຸມຄັ້ງນີ້ ໄດ້ສືບຕໍ່ສະແດງໃຫ້ເຫັນເຈດຈຳນົງ ແລະ ຄຳໝັ້ນສັນຍາດ້ານການເມືອງຂອງການນຳບັນດາປະເທດສະມາຊິກຄະນະກຳມາທິການແມ່ນ້ຳຂອງ ໃນການຮ່ວມມື ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ ມຸ່ງໄປເຖິງການພັດທະນາເຂດອ່າງແມ່ນ້ຳຂອງແບບຍືນຍົງ.
TAG
VOV/VOVworld/ແມ່ນ່ຳຂອງ/ຫວຽດນາມ/ລາວ/ແຫຼ່ງນ່ຳ
Related
More








