VOV WorldVOV World
ຫວຽດນາມ ຢັ້ງຢືນບົດບາດເປັນເຈົ້າການ, ຕັ້ງໜ້າຢູ່ສະພາຄວາມໝັ້ນຄົງ, ສປຊ
08/07/2020 09:03
(VOVWORLD) - ດ້ວຍທຸກສິ່ງທຸກຢ່າງທີ່ ຫວຽດນາມ ໄດ້ປະຕິບັດໃນ 6 ເດືອນຜ່ານມານັ້ນ, ການນຳ ສປຊ, ບັນດາປະເທດ ແລະ ຫາງສຽງສາກົນ ໄດ້ໃຫ້ຂໍ້ສັງເກດ, ຕີລາຄາຢ່າງຕັ້ງໜ້າກ່ຽວກັບບົດບາດ, ການເຂົ້າຮ່ວມຂອງ ຫວຽດນາມ, ເປັນການສະແດງໃຫ້ເຫັນບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ທີ່ຍາມໃດກໍ່ເປັນເຈົ້າການ, ມີການປະກອບສ່ວນເຂົ້າໃນທຸກຂົງເຂດເຄື່ອນໄຫວຂອງ ສປຊ.
ຫວຽດນາມ ຢັ້ງຢືນບົດບາດເປັນເຈົ້າການ, ຕັ້ງໜ້າຢູ່ສະພາຄວາມໝັ້ນຄົງ, ສປຊ
6 ເດືອນ ຜ່ານໄປທີ່ ຫວຽດນາມ ໄດ້ດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສະຫະປະຊາຊາດ (ສປຊ), ໃນນັ້ນ ມີໜຶ່ງເດືອນທີ່ໄດ້ເປັນປະທານສະພາຄວາມໝັ້ນຄົງ ສປຊ. ໃນສະພາບການທີ່ໂລກລະບາດໂຄວິດ-19 ຍັງມີການຜັນແປສັບສົນຢູ່ໃນໂລກນັ້ນ, ຫວຽດນາມ ໄດ້ມານະພະຍາຍາມສະແດງໃຫ້ເຫັນບົດບາດເປັນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ດຸ່ນດ່ຽງໃນບັນດາບັນຫາລວມຂອງທົ່ວໂລກ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ກ່າວຄຳເຫັນທີ່ກອງປະຊຸມທາງອອນລາຍຂັ້ນສູງຂອງສະພາຄວາມໝັ້ນຄົງ ສປຊ (ພາບ: TTXVN)         ຮັບດຳລົງຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໃນຄັ້ງທີ 2 ນີ້, ຫວຽດນາມ ໄດ້ເຂົ້າຮ່ວມບົນເນື້ອໃນຈິດໃຈເປັນເອກະລາດ, ເປັນເຈົ້າຕົນເອງ, ມີຄວາມຮັບຜິດຊອບ ແລະ ດຸ່ນດ່ຽງ, ສະແດງໃຫ້ເຫັນຫຼັກໝັ້ນໃນການສະໜັບສະໜູນ, ການເຄົາລົບ, ປະຕິບັດກົດບັດ ສປຊ ແລະ ບັນດາຫຼັກຖານພື້ນຖານຂອງກົດໝາຍສາກົນຢ່າງຈະແຈ້ງ, ສະໜັບສະໜູນການຊອກຫາມາດຕະການໃຫ້ແກ່ບັນດາການປະທະກັນຢູ່ພາກພື້ນ ແລະ ສາກົນຜ່ານການເຈລະຈາໂດຍສັນຕິວິທີ, ພ້ອມທັງແບ່ງປັນບັນດາຄວາມມານະພະຍາຍາມ, ບົດຮຽນຂອງ ຫວຽດນາມ ໃນວິວັດແຫ່ງການກໍ່ສ້າງ ແລະ ພັດທະນາປະເທດຊາດຄືນໃໝ່, ເຊື່ອມໂຍງເຂົ້າກັບສາກົນ ແລະ ພາກພື້ນ.
TAG
VOV/VOVworld/ຫວຽດນາມ/ເຈົ້າການ/ຕັ້ງໜ້າ/ສະພາຄວາມໝັ້ນຄົງ/ສປຊ

More