ຫວຽດນາມແມ່ນຂົວຕໍ່ລະຫວ່າງ ອາເມລິກາ ແລະ ອາຊຽນ
14/07/2020 09:49
(VOVWORLD) - ໂດຍແມ່ນພາກພື້ນພັດທະນາຢ່າງຂະຫຍັນຂັນເຄື່ອນ, ຕັ້ງຢູ່ ໃນກາງ ມະຫາສະມຸດອິນເດຍ -ປາຊີຟິກ, ອາຊຽນ ນັບມື້ນັບມີທີ່ຕັ້ງສຳຄັນໃນຍຸດທະສາດ ແລະນະໂຍບາຍການຕ່າງປະເທດຂອງບັນດາປະເທດມະຫາອຳນາດ, ໃນນັ້ນ ມີອາເມລິກາ. ນະໂຍບາຍການຕ່າງປະເທດຂອງ ອາເມລິກາ ຕໍ່ກັບ ອາຊຽນ ໄດ້ກຳນົດຢ່າງເຫັນໄດ້ຊັດເທື່ອລະກ້າວ, ເປັນຕົ້ນໃນຍຸດທະສາດ ມະຫາສະມຸດອິນເດຍ -ປາຊີຟິກ ແລະ ຫວຽດນາມ ໄດ້ຮັບຖືວ່າ ແມ່ນຄູ່ຮ່ວມມືສຳຄັນ.

ນັບແຕ່ເມື່ອຂຶ້ນກຳອຳນາດ, ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ວາງອອກຈຸດສຸມບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງ ອາເມລິກາ ຢູ່ ພາກພື້ນ ອາຊີ -ປາຊີຟິກ ແມ່ນກວ້າງກວ່າຢູ່ ພາກພື້ນ ມະຫາສະມຸດອິນເດຍ -ປາຊີຟິກ, ໃນນັ້ນ ຕີລາຄາສູງບົດບາດຂອງອາຊຽນ.
TAG
VOV/VOVworld/ຜົນປະໂຫຍດ/ກອງປະຊຸມສຸດຍອດ
Related
More








