ຫວຽດນາມຕັ້ງໜ້າຊຸກຍູ້ບົດບາດຂອງແມ່ຍິງໃນໂລກ
12/12/2016 11:49
ວັນທີ 12/12, ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເລີ່ມເຂົ້າຮ່ວມບັນດາການເຄື່ອນໄຫວທຳອິດໃນຂອບເຂດກອງປະຊຸມສຸດຍອດບັນດາປະທານສະພາແຫ່ງຊາດຍິງໂລກຄັ້ງທີ 11 ຊຶ່ງຈັດຂຶ້ນຢູ່ສະຫະລັດອາຣັບເອມມີເລັດ (UAE)

ວັນທີ 12/12, ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເລີ່ມເຂົ້າຮ່ວມບັນດາການເຄື່ອນໄຫວທຳອິດໃນຂອບເຂດກອງປະຊຸມສຸດຍອດບັນດາປະທານສະພາແຫ່ງຊາດຍິງໂລກຄັ້ງທີ 11 ຊຶ່ງຈັດຂຶ້ນຢູ່ສະຫະລັດອາຣັບເອມມີເລັດ (UAE). ນີ້ແມ່ນໂອກາດເພື່ອໃຫ້ຫວຽດນາມພ້ອມກັບບັນດາປະທານສະພາແຫ່ງຊາດຍິງຄົນອື່ນໆໃນໂລກພ້ອມກັນແບ່ງປັນບົດຮຽນ, ປຶກສາຫາລືບັນດາວິທີການແກ້ໄຂສຳລັບບັນຫາຂາດຄວາມສະເໝີພາບລະຫວ່າງຍິງ-ຊາຍ,ຂາດຄວາມສະເໝີພາບທາງດ້ານເສດຖະກິດ, ມຸ່ງໄປສູ່ຄວາມສາມັກຄີຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງໃນທົ່ວໂລກ. ພິທີຕ້ອນຮັບປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຢູ່ສະໜາມບິນ Abu Dhabi - Royal Jet ທີ່ນະຄອນຫຼວງ Abu Dhabi ກອງປະຊຸມສຸດຍອດບັນດາປະທານສະພາແຫ່ງຊາດຍິງໂລກຄັ້ງທີ 11ດ້ວຍຫົວຂໍ້ “ ສາມັກຄີພ້ອມກັນສ້າງຮູບປະທຳໃຫ້ແກ່ອະນາຄົດ”. ກອງປະຊຸມຄັ້ງນີ້ຄາດວ່າ ຈະມີການເຂົ້າຮ່ວມຂອງປະທານສະພາແຫ່ງຊາດຍິງປະມານ 50 ຄົນໃນໂລກ. ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມກອງປະຊຸມ, ດ້ານໜຶ່ງແມ່ນເພື່ອເພີ່ມທະວີການຊຸກຍູ້ການພົວພັນຫຼາຍດ້ານກັບປະເທດເຈົ້າພາບ ສະຫະລັດອາຣັບເອມມີເລັດ, ຊຸກຍູ້ການຮ່ວມມືໃນສະຫະພັນລັດຖະສະພາສາກົນ, ດ້ານອື່ນກໍປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນໂຄງການດຳເນີນງານຂອງກອງປະຊຸມ, ຊຸກຍູ້ບົດບາດຂອງແມ່ຍິງທີ່ປະກອບສຽງເວົ້າອັນໃຫຍ່ກ່ວາຂອງຕົນເຂົ້າໃນບັນດາບັນຫາທົ່ວໂລກ.
TAG
vovworld/ແມ່ຍິງ
Related








